ບຳລຸງສ້າງວິຊາການ ໃຫ້ພະນັກງານພັກ ປຊຊ ປະຕິວັດລາວ

ບຳລຸງສ້າງວິຊາການ ໃຫ້ພະນັກງານພັກ ປຊຊ ປະຕິວັດລາວ - ảnh 1

(ພາບປະກອບ)

(vovworld)-  ​ໂດຍ​ປະຕິບັດ​ແຜນການ​ຮ່ວມ​ມື​ກັບ​ສະ​ຖາ​ບັນ​ການ​ເມືອງ ການ​ປົກຄອງ​ແຫ່ງ​ຊາດ​ລາວ, ຕອນ​ເຊົ້າວັນ​ທີ 16/8, ຢູ່​ຮ່າ​ໂນ້ຍ, ສະ​ຖາ​ບັນ​ການ​ເມືອງ ການ​ປົກຄອງ​ແຫ່ງ​ຊາດ​ໂຮ່ຈິ​ມິນ ​ໄດ້​ໄຂ​ຊຸດ​ບຳລຸງ​ສ້າງ​ວິຊາ​ການ​ວຽກ​ງານ​ຈັດຕັ້ງ​ໃຫ້​ແກ່​ພະ​ນັກ​ງານ​ຂອງ​ພັກ ປຊຊ ປະຕິວັດ​ລາວ. ​ບັນດາ​ນັກ​ສຳ​ມະ​ນາກ​ອນຈະ​ໄດ້​ຄົ້ນຄ້ວາ​ກ່ຽວ​ກັບ​ບັນດາ​ບັນຫາ​ອັນ​ເປັນ​ພື້ນຖານ​ທີ່​ສຸດ​ຂອງ​ທິດ​ສະ​ດີ​ມາກ​ເລ​ນິນ, ​ແນວ​ຄິດ​ໂຮ່ຈິ​ມິນ; ທັດສະນະ, ​ແນວທາງ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ກ່ຽວ​ກັບ​ເສັ້ນທາງ​ກ້າວ​ຂຶ້ນ​ສັງຄົມ​ນິຍົມ ​ແລະ ບັນດາ​ບົນ​ຮຽນ​ນຳພາ​ຂອ​ງ​ພັກ​ກອມ​ມູນິດ​ຫວຽດນາມ  ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ສັງຄົມ, ກໍ່ສ້າງ​ພັກ ​ແລະ ວຽກ​ງານ​ຈັດຕັ້ງພັກ. ບັນດາ​ນັກ​ສຳ​ມະ​ນາກ​ອນລາວ ​ໄດ້​ຮັບ​ການ​ເພີ່ມ​ເຕີມ, ອັບ​ເດດ​ບັນດາ​ຄວາມ​ຮູ້​ໃໝ່​ກ່ຽວ​ກັບ​ດ້ານ​ທິດ​ສະ​ດີ, ວິຊາ​ການ​ວຽກ​ງານ​ກວດກາ​ພັກ ​ເພື່ອ​ແນ​ໃສ່​ປະກອບສ່ວນ​ຍົກ​ສູງ​ຄວາມ​ຮັບ​ຮູ້ ​ແລະ ຄວາມ​ສາມາດ​ເຄື່ອນ​ໄຫວ​ຕົວ​ຈິງ, ຝຶກ​ຝົນ​ຫຼໍ່​ຫຼອມ​​ແບບ​ແຜນ​ຂອງ​ຜູ້ນຳ​ພາ ຄຸ້ມ​ຄອງ​ໃນ​ຂະ​ແໜງ​ຈັດຕັ້ງພັກ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ໃນ​ໄລຍະ​ປະຕິວັດ​ໃໝ່.

ຂ່າວ/ບົດ​ອື່ນ