ປີ 2015: ການພົວພັນລະຫວ່າງຫວຽດນາມ - EU ມີບັນດາບາດກ້າວພັດທະນາໃໝ່

ປີ 2015: ການພົວພັນລະຫວ່າງຫວຽດນາມ - EU ມີບັນດາບາດກ້າວພັດທະນາໃໝ່ - ảnh 1
(ພາບປະກອບ)

(vovworld) – ປີ 2015 ​ແມ່ນ​ຂີດ​ໝາຍສະ​ເຫຼີ​ມສະຫຼອງ 25 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງຫວຽດນາມ - ສະຫະພາບ​ເອີ​ລົບ (EU). ​ເນື່ອງ​ໃນ​ໂອກາດ​ນີ້, ນັກ​ຂ່າວ​ສຳນັກ​ຂ່າວສານ​ຫວຽດນາມ ​ໄດ້​ມີ​ການ​ໂອ້​ລົມ​ກັບທ່ານ​ເອກ​ອັກຄະ​ລັດຖະທູ​ດ​ຫວຽດນາມ ປະຈຳ​ລາຊະ​ອານາຈັກ​​ແບນ​ຊິກ, ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ຢູ່​ຄຽງ​ຂ້າງ EU, ​ເວື​ອງ​ເທື່ອ​ຟ້ອງ. ຕາມທ່ານ​ເອກ​ອັກຄະ​ລັດຖະທູ​ດ​ເວື​ອງ​ເທື່ອ​ຟ້ອງ ​ແລ້ວ, EU ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ອັນ​ດັບໜຶ່ງ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ. ​ໃນ​ໄລຍະ​ຜ່ານ​ມາ, 2 ຝ່າຍ​ໄດ້​ມີ​ບັນດາ​ບາດກ້າວ​ພັດທະນາທີ່​ສຳຄັນ. ​ໃນ​ຂົງ​ເຂດ​ການ​ເມືອງ, ພາຍ​ຫຼັງລົງ​ນາມ​ໃນ​ສັນຍາ​ຄູ່​ຮ່ວມ​ມື ​ແລະ ຮ່ວມ​ມື​ພັດທະນາ (PCA), ການ​ພົວພັນ 2 ຝ່າຍ​ໄດ້​ມີ​ບາດກ້າວ​ພັດທະນາ​ຢ່າງ​ກ້າວ​ກະ​ໂດດ​ຂັ້ນ. 2 ຝ່າຍ​ໄດ້​ແລກປ່ຽນ​ບັນດາ​ຄະນະ​ຜູ້​ແທນ​ຂັ້ນ​ສູງໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້. ບັນດາ​ຂົງ​ເຂດ​ຮ່ວມ​ມື 2 ຝ່າຍ​ກໍ່​​ໄດ້ຮັບ​ການ​ເປີດ​ກວ້າງ, ຈາກ​ການ​ປ້ອງ​ກັນ​ຄວາມ​ສະຫງົບ, ການ​ເມືອງ, ການ​ສຶກສາ, ວັດທະນະທຳ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ… ​ໃນ​ຈຳນວນ 13 ປະ​ເທ​ດຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ​ຫວຽດນາມ​ ​ໃນ​ປະຈຸ​ບັນ, EU ມີ 5 ປະ​ເທດ​ໃຫຍ່​ສຳຄັນ​ແມ່ນ: ອັງກິດ, ຝລັ່ງ, ​ເຢຍລະ​ມັນ, ອີ​ຕາ​ລີ, ​ແອ​ສປາຍ. ນອກ​ຈາກ​ນັ້ນ, ບັນດາ​ປະ​ເທດ​ສະມາຊິກ EU ຍັງ​​ແມ່ນ​ຄູ່​ຮ່ວມ​ມື​ຍຸດທະ​ສາດ​ຂອງ​ຫວຽດນາມ ​ໃນ​ຫຼາຍຂົງ​ເຂດ. ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຈະ​ລົງ​ນາມ​ໃນ​ສັນຍາການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ - EU (EVFTA). ນີ້​ແມ່ນ​ບາດກ້າວ​ພັດທະ​ນາ​ສຳຄັນ​ພິ​ເສດ​ໃນ​ການ​ພົວພັນ​ຮ່ວມ​ມື ​ແລະ ​ແລກປ່ຽນ​ລະຫວ່າງ 2 ຝ່າຍ​ໃນ​ຕະຫຼອດ 25 ປີຜ່ານມາ. ທ່ານ​ເອກ​ອັກຄະ​ລັດຖະທູ​ດ ​ເວື​ອງ​ເທື່ອ​ຟອງ ​​ໄດ້ເນັ້ນ​ໜັກ​​ກ່ຽວ​ກັບ​ດ້ານ​ເສດຖະກິດ​ກາ​ນຄ້າວ່າ, EU ​ແມ່ນ​ຕະຫຼາດ​​ສົ່ງ​ອອກສິນຄ້າ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ. ທ່ານ​ເອກ​ອັກຄະ​ລັດຖະທູ​ດ ​ເວື​ອງ​ເທື່ອ​ຟອງ ​ຍັງ​ໃຫ້​ຮູ້​ວ່າ, ຫວຽດນາມ ​ແລະ EU ຈະ​ມານະ​ພະຍາຍາມ​ສຳ​ເລັດ​ການ​ເຈລະຈາ ​ເພື່ອ​ສາມາດ​ລົງ​ນາມ​ໃນ EVFTA ຢູ່​ຮ່າ​ໂນ້ຍ ​ໃນ 6 ​ເດືອນ​ຕົ້ນ​ປີ 2015.
ຂ່າວ/ບົດ​ອື່ນ