ປີ 2022, ການເຕີບໂຕເສດຖະກິດຂອງ ຫວຽດນາມ ສາມາດບັນລຸເປົ້າໝາຍ 6 – 6,5%

(VOVWORLD) -ດ້ວຍຫົວຂໍ້ “ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ ແລະ ການເງິນປອດໃສໃນສະພາບໂລກລະບາດໂຄວິດ-19”, ກອງປະຊຸມສຳມະນາໄດ້ປຶກສາຫາລື, ເຮັດແຈ້ງສະພາບສາກົນ ແລະ ບັນດາຜົນກະທົບຂອງສະພາບການໂລກຕໍ່ເສດຖະກິດ ຂອງ ຫວຽດນາມ
ປີ 2022, ການເຕີບໂຕເສດຖະກິດຂອງ ຫວຽດນາມ ສາມາດບັນລຸເປົ້າໝາຍ 6 – 6,5% - ảnh 1ກອງປະຊຸມສຳມະນາ
(ພາບ: saigondautu.com.vn)

ຕອນເຊົ້າວັນທີ 25 ເມສາ, ຢູ່ ຮ່າໂນ້ຍ, ມະຫາວິທະຍາໄລເສດຖະກິດແຫ່ງຊາດ ໄດ້ສົມທົບກັບຄະນະເສດຖະກິດສູນກາງ, ກຳມາທິການເສດຖະກິດຂອງສະພາແຫ່ງຊາດ ຈັດກອງປະຊຸມສຳມະນາວິທະຍາສາດສາກົນ ຕີລາຄາເສດຖະກິດ ຫວຽດນາມ ປີ 2021 ແລະ ແງ່ຫວັງປີ 2022, ພ້ອມທັງ, ປະກາດສື່ສິງພິມຕີລາຄາເສດຖະກິດ ຫວຽດນາມ ປະຈຳປີ 2021 ຂອງໂຮງຮຽນ.

        ດ້ວຍຫົວຂໍ້ “ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ ແລະ ການເງິນປອດໃສໃນສະພາບໂລກລະບາດໂຄວິດ-19”, ກອງປະຊຸມສຳມະນາໄດ້ປຶກສາຫາລື, ເຮັດແຈ້ງສະພາບສາກົນ ແລະ ບັນດາຜົນກະທົບຂອງສະພາບການໂລກຕໍ່ເສດຖະກິດ ຂອງ ຫວຽດນາມ; ໄຈ້ແຍກກາລະໂອກາດ ແລະ ສິ່ງທ້າທາຍໃນປີ 2021; ຕີລາຄາແງ່ຫວັງເສດຖະກິດ ຫວຽດນາມ ປີ 2022. ທ່ານຮອງສາດສະດາຈານ, ປະລິນຍາເອກ ໂຕຈຸງແທັງ, ມະຫາວິທະຍາໄລເສດຖະກິດແຫ່ງຊາດ, ໃຫ້ຮູ້ວ່າ: ເຖິງວ່າການເຕີບໂຕເສດຖະກິດປີ 2021 ຖືກຫຼຸດລົງກໍ່ຕາມ ແຕ່ການປ່ຽນແປງໃໝ່ປະດິດຄິດສ້າງ ແລະ ເສດຖະກິດດີຈີຕອນ, ເຊິ່ງເຄີຍແມ່ນກຳລັງໜູນເຕີບໂຕໃໝ່ຂອງພື້ນຖານເສດຖະກິດ ໄດ້ມີສັນຍານດີຂຶ້ນ. ປີ 2022, ການເຕີບໂຕເສດຖະກິດຂອງ ຫວຽດນາມ ສາມາດບັນລຸເປົ້າໝາຍ 6-6,5%.

ຕອບກັບ

ຂ່າວ/ບົດ​ອື່ນ