ປີ 2023 ແມ່ນ​ປີ​ຮ້ອນ​ທີ່​ສຸດ​ໃນ​ຮອບ​ເວ​ລາ 100 ພັນ ປີຜ່ານ​ມາ

(VOVWORLD) - ນັບແຕ່ເດືອນ ມິຖຸນາ ປີ 2023, ເດືອນໃດກໍເປັນເດືອນທີ່ໂລກມີຄວາມຮ້ອນທີ່ສຸດ ເມື່ອທຽບໃສ່ໄລຍະດຽວກັນຂອງຊຸມປີກ່ອນ.
ປີ 2023 ແມ່ນ​ປີ​ຮ້ອນ​ທີ່​ສຸດ​ໃນ​ຮອບ​ເວ​ລາ 100 ພັນ ປີຜ່ານ​ມາ - ảnh 1ເດັກໆຫຼຸດຜ່ອນຄວາມຮ້ອນດ້ວຍການຫຼີ້ນນ້ຳຢູ່ນ້ຳພຸ Colmar, ຝລັ່ງ (ພາບ:AFP/TTXVN)

ປີ 2023 ຜ່ານມາ ແມ່ນປີຮ້ອນທີ່ສຸດໃນໂລກໃນຮອບເວລາ 100 ພັນປີຜ່ານມາ. ເຖິງຢ່າງໃດກໍຕາມ, ສະຖິຕິດັ່ງກ່າວ ອາດຈະສືບຕໍ່ເພີ່ມຂຶ້ນໃນຊຸມປີຕໍ່ໄປ. ນີ້ແມ່ນຂໍ້ສັງເກດໄດ້ຄັດຈາກບົດລາຍງານສະບັບໜຶ່ງຂອງອົງການການປ່ຽນແປງຂອງດິນຟ້າອາກາດຂອງ ສະຫະພາບເອີຣົບ  (EU) ປະກາດໃນວັນທີ 09 ມັງກອນ.

        ຕາມບົດລາຍງານ, ປີກາຍ ແມ່ນປີທີ່ມີຮ້ອນເປັນພິເສດ. ນັບແຕ່ເດືອນ ມິຖຸນາ ປີ 2023, ເດືອນໃດກໍເປັນເດືອນທີ່ໂລກມີຄວາມຮ້ອນທີ່ສຸດ ເມື່ອທຽບໃສ່ໄລຍະດຽວກັນຂອງຊຸມປີກ່ອນ. ອຸນຫະພູມໜ່ວຍໂລກອຸ່ນຂຶ້ນກວ່າ 1,48 ອົງສາ ເມື່ອທຽບໃສ່ໄລຍະກ່ອນອຸດສາຫະກຳ (1850 – 1900), ເມື່ອໂລກເລີ່ມນຳໃຊ້ເຊື້ອເພີງຟອກຊິວ ຢູ່ໃນລະດັບອຸດສາຫະກຳ, ປ່ອຍທາດ CO2 ຂຶ້ນສູ່ຊັ້ນບັນຍາກາດ.

        ຜູ້ອຳນວຍການອົງການການປ່ຽນແປງດິນຟ້າອາກາດຂອງ ສະຫະພາບເອີຣົບ, ທ່ານ Carlo Buontempo ເນັ້ນໜັກວ່າ ບໍ່ຫົວຊາຕໍ່ການເພີ່ມບັນດາເປົ້າໝາຍດ້ານດິນຟ້າອາກາດຂອງລັດຖະບານ ແລະ ບັນດາບໍລິສັດ, ປະລິມານປ່ອຍທາດ CO2 ອອກສູ່ສິ່ງແວດລ້ອມ ແມ່ນຍັງຢູ່ໃນລະດັບສູງສຸດ.


ຕອບກັບ

ຂ່າວ/ບົດ​ອື່ນ