ປຸ​ກ​ລຸກ​ຄວາມ​ຄາດ​ຫວັງ, ບືນ​ຕົວ​ຂຶ້ນ ໃນ​​ໝູ່ຊາວ​ໜຸ່ມ​ເພື່ອ​ສ້າງ​ສາ​ປະ​ເທດ​ຊາດ​ເຂັ້ມ​ແຂງ​ແຮງ​ກ້າ, ວັດ​ທະ​ນາ​ຖາ​ວອນ

(VOVWORLD) -ທ່ານ ຫງວຽນຕວັນແອັງ ໄດ້ຢ້ຳວ່າ ບົດລາຍງານການເມືອງ ທີ່ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຊຸດທີ XII ຕ້ອງຄາດຄະເນໄດ້ສະພາບການ, ມີຄວາມເອົາໃຈໃສ່ເປັນພິເສດເຖິງບັນດາປັດໄຈໃໝ່ ໃນອາຍຸການ XII
ປຸ​ກ​ລຸກ​ຄວາມ​ຄາດ​ຫວັງ, ບືນ​ຕົວ​ຂຶ້ນ ໃນ​​ໝູ່ຊາວ​ໜຸ່ມ​ເພື່ອ​ສ້າງ​ສາ​ປະ​ເທດ​ຊາດ​ເຂັ້ມ​ແຂງ​ແຮງ​ກ້າ, ວັດ​ທະ​ນາ​ຖາ​ວອນ - ảnh 1ທ່ານຫງວຽນແອັງຕວັນ ເລຂາທີໜຶ່ງສູນກາງຄະນະຊາວໜຸ່ມກອມມູນິດ ຮ່ຈີມິນກ່າວຄຳເຫັນທີ່ກອງປະຊຸມ

ບັນດາມາດຕະການຂອງອາຍຸການຈະມາເຖິງ ແມ່ນຕ້ອງ ປຸກລຸກຄວາມຄາດຫວັງບືນຕົວຂຶ້ນ ໃນໝູ່ຊາວໜຸ່ມການເພື່ອສາປະເທດຊາດເຂັ້ມແຂງແຮງກ້າ, ວັດທະນາຖາວອນ ເຮັດແນວໃດ ເພື່ອໃຫ້ໄວໜຸ່ມ, ເຍົາວະຊົນ, ອານຸຊົນດຳລົງຊີວິດຢ່າງມີຄວາມໝາຍ, ມີຫຼັກດຳເນີນຊີວິດ, ມີຄວາມຮັບຜິດຊອບຕໍ່ບ້ານເກີດເມືອງນອນ, ປະເທດຊາດ, ຊົນຊາດ, ຍົກສູງຄວາມເຄົາລົບນັບຖືຕົວເອງ, ຄວາມເປັນກຽດຂອງແຕ່ລະຄົນ. ນັ້ນແມ່ນຄຳຊີ້ນຳຂອງ ທ່ານ ຫງວຽນ ແອັງຕວັນ, ເລຂາທີໜຶ່ງ ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຢູ່ກອງປະຊຸມຄະນະປະຈຳສູນກາງຄະນະຊາວໜຸ່ມຄັ້ງທີ 17, ຊຸດທີ XI, ທີ່ໄດ້ດຳເນີນໃນວັນທີ 17 ຕຸລາ, ຢູ່ຮ່າໂນ້ຍ. ທ່ານ ຫງວຽນຕວັນແອັງ ໄດ້ຢ້ຳວ່າ ບົດລາຍງານການເມືອງ ທີ່ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຊຸດທີ XII ຕ້ອງຄາດຄະເນໄດ້ສະພາບການ, ມີຄວາມເອົາໃຈໃສ່ເປັນພິເສດເຖິງບັນດາປັດໄຈໃໝ່ ໃນອາຍຸການ XII ຄື: ຈຸດພິເສດຂອງ ຄົນລຸ້ນ Z, ທ່າອ່ຽງຂອງການຫັນເປັນດີຈີຕອນ…ເຊິ່ງກໍ່ຜົນກະທົບຢ່າງໃຫຍ່ຫຼວງຕໍ່ຄວາມຮັບຮູ້ ແລະ ຈິດຕະສາດຂອງ ຊາວໜຸ່ມ. ທ່ານ ຫງວຽນຕວັນແອັງ ກໍ່ຖືວ່າ ການສ້າງເອກະສານຕ້ອງໄດ້ຮັບຄວາມເອົາໃຈໃສ່, ຕີລາຄາຢ່າງລະອຽດ ບັນດາໜ້າທີ່, ເປົ້າໝາຍ ແລະ ວິທີການແກ້ໄຂຕ້ອງຕິດແທດກັບການກຳນົດທິດໃຫຍ່ໃນມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ບັນດາຈິດໃຈໃໝ່ໃນໂຄງການກະທຳທີ່ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກ. ພິເສດ, ຕ້ອງອັບເດດບັນດາຂໍ້ກຳນົດໃໝ່ທີ່ກ່ຽວຂ້ອງເຖິງກົດໝາຍວ່າດ້ວຍຊາວໜຸ່ມ, ຍຸດທະສາດພັດທະນາຊາວໜຸ່ມໄລຍະ 2021 – 2030 ແລະ ສືບທອດບັນດາຜົນງານອັນດີງາມ, ວິທີການທີ່ໄດ້ເສີມຂະຫຍາຍໃນຕົວຈິງ ຢ່າງມີປະສິດທິຜົນ ໃນອາຍຸການກອງປະຊຸມໃຫຍ່ຂອງຄະນະຊາວໜຸ່ມທົ່ວປະເທດຄັ້ງທີ XI.

ຕອບກັບ

ຂ່າວ/ບົດ​ອື່ນ