ປຸກລະດົມ “ເດືອນແຫ່ງມະນຸດສະທຳປີ 2020”

(VOVWORLD) -ຕອນເຊົ້າວັນທີ 05 ພຶດສະພາ, ສູນກາງສະພາກາແດງຫວຽດນາມ ໄດ້ປຸກລະດົມ “ເດືອນແຫ່ງມະນຸດສະທຳ” ປີ 2020 ດ້ວຍຫົວຂໍ້ວ່າ “ຮ່ວມແຮງຮ່ວມໃຈເພື່ອສຸຂະພາບຂອງປະຊາຄົມ”.

ປຸກລະດົມ “ເດືອນແຫ່ງມະນຸດສະທຳປີ 2020” - ảnh 1 ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ

(ພາບ: nhandan)

“ເດືອນແຫ່ງມະນຸດສະທຳ” 2020 ມີບັນດາການເຄື່ອນໄຫວແທດຈິງເພື່ອສົ່ງເສີມສຸຂະພາບປະຊາຄົມຄື: ໂຄສະນາການຍົກສູງສະຕິຄວາມຮັບຮູ້ຂອງປະຊາຊົນກ່ຽວກັບບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ-19; ໜູນຊ່ວຍການຫາເງິນລ້ຽງຊີບໃຫ້ແກ້ຜູ້ປະສົບກັບຄວາມຫຍຸ້ງຍາກຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19; ຍູ້ແຮງການໂຄສະນາ, ຂົນຂວາຍ, ບໍລິຈາກເລືອດຕອບສະໜອງບັ້ນເຄື່ອນໄຫວ “ຢາດເລືອດແດງ-ລະດູແລ້ງ 2020”… ກ່າວຄຳເຫັນທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ເນັ້ນໜັກວ່າ.

        “ເພື່ອກາຍເປັນອົງການຈັດຕັ້ງແກ່ນສານໃນການເຄື່ອນໄຫວມະນຸດສະທຳຢ່າງແທດຈິງ, ສະພາກາແດງຫວຽດນາມ ສືບຕໍ່ເສີມຂະຫຍາຍມູນເຊື້ອ, ບັນດາບົດຮຽນດີທີ່ມີຢູ່ແລ້ວ, ຍາມໃດກໍ່ປ່ຽນແປງໃໝ່ວິທີການເຄື່ອນໄຫວ, ເພື່ອບັນລຸໄດ້ປະສິດທິຜົນສູງສຸດ, ບໍ່ພຽງແຕ່ປະກອບສ່ວນໃຫ້ແກ່ປະເທດຊາດເທົ່ານັ້ນ, ຫາກຍັງໃຫ້ແກ່ຂະບວນການກາຊີກວົງເດືອນແດງສາກົນອີກດ້ວຍ”.

ຕອບກັບ

ຂ່າວ/ບົດ​ອື່ນ