ປຸກລະດົມການເສັງຊອກຮູ້ ປະຫວັດສາດແຫ່ງການພົວພັນ ມິດຕະພາບ ລາວ - ຫວຽດນາມ


(vovworld) - ຕອນ​ບ່າຍ​ວັນ​ທີ 7/6, ຢູ່ ຮ່າ​ໂນ້ຍ ຄະນະ​ໂຄສະນາ​ສຶກສາ ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ປຸກລະດົມ​ພະນັກງານ, ຄູ​ອາຈານ, ນັກຮຽນ, ນັກ​ສຶກສາ​ບັນດາ​ມະຫາວິທະຍາ​ໄລ, ວິທະຍາ​ໄລ ​ເພື່ອ​ຕອບ​ສະ​ຫນອງ​ການ​ເສັງ​ຊອກ​ຮູ້​ກ່ຽວ​ກັບ​ປະຫວັດສາດ​ແຫ່ງ​ການ​ພົວພັນ ຫວຽດນາມ - ລາວ, ລາວ - ຫວຽດນາມ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ຕອບ​ສະຫນອງ​ “ປີ​ສາມັກຄີ​ມິດຕະພາບ ຫວຽດນາມ - ລາວ”, ລະນຶກ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ (1962 - 2012) ​ແລະ 35 ປີ​ແຫ່ງ​ວັນ​ລົງ​ນາມ​ໃນ​ສົນທິສັນຍາມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ລາວ (1977 - 2012). ການ​ເສັງ​ແມ່ນ​​ໂອກາດ​ເພື່ອ​ໃຫ້​ສອງ​ພັກ, ສອງ​ລັດ ຫວຽດນາມ ​ແລະ ລາວ ພ້ອມ​ກັນ​ສຶກສາ​ມູນ​ເຊື້ອ​ປະຕິວັດ, ສ້າງຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ແກ່​ປະຊາຊົນ, ​ເປັນ​ຕົ້ນ​ແມ່ນ​ລຸ້ນຫນຸ່ມ​ຂອງ​ສອງ​ປະ​ເທດ​ກ່ຽວ​ກັບ​ການ​ພົວພັນ​ມິດຕະພາບ​ແບບ​ພິ​ເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ. ການ​ເສັງ​ນີ້​ກໍ​ເປັນ​ການ​ປະກອບສ່ວນ​​ເຂົ້າ​ໃນ​ການ​ຕໍ່ສູ້​ຕ້ານ​ບັນດາ​ກົນອຸບາຍ “ຫັນປ່ຽນ​ໂດຍ​ສັນຕິ”, ຕ້ານ​ຄືນ​ບັນດາ​ຄວາມ​ເສັກ​ສັນ​ປັ້ນ​ແຕ່ງງຂອງ​ບັນດາ​ກຳລັງ​ເປັນ​ປໍ​ລະ​ປັກຢາກ​ແບ່ງ​ແຍກ​ຄວາມ​ສາມັກຄີ​ມິດຕະພາບ​ຂອງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ ​ແລະ ລາວ.

 ປຸກລະດົມການເສັງຊອກຮູ້  ປະຫວັດສາດແຫ່ງການພົວພັນ  ມິດຕະພາບ ລາວ - ຫວຽດນາມ - ảnh 1
ທ່ານ ​ເຈືອງ ສົມ​ບູນຂັນ ​ເລຂາສູນ​ກາງ​ພັກ ຫົວໜ້າຄະນະໂຄສະນາອົບຮົມ

ກ່ອນຫນ້ານັ້ນ, ວັນ​ທີ 6/6, ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງພັກ​ປະຊາຊົນ​ປະຕິວັດ ລາວ ​ໄດ້​ປຸກລະດົມ​ການ​ເສັງ​ “ ຊອກ​ຮູ້​ກ່ຽວ​ກັບ​ປະຫວັດສາດ​ແຫ່ງ​ການ​ພົວພັນ​ສາມັກ​ຄີ​ມິດຕະພາບ​ແບ​ບພິ​ເສດ ລະຫວ່າງ ລາວ - ຫວຽດນາມ, ຫວຽດນາມ - ລາວ ປີ 2012”. ການ​ເສັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ປະຊາຊົນ​ສອງ​ປະ​ເທດ ທົບ​ທວນຄືນ​ມູນ​ເຊື້ອ​ອັນ​ສະຫງ່າ​ອົງ​ອາດ​ຂອງ​ສອງ​ຊາດ ​ເພື່ອ​ຈົດ​ຈຳ​ຄຸນງາມຄວາມດີ​ອັນ​ໃຫຍ່​ຫລວງ​ຂອງ​ລຸ້ນພໍ່​ລຸ້ນອ້າ​ຍພ້ອມ​ກັນ​ຕໍ່ສູ້​ເພື່ອ​ຄວາມ​ເປັນ​ເອກະລາດ​ຂອງ​ສອງ​ຊາດ. ທ່ານ ​ເຈືອງ ສົມ​ບູນຂັນ ​ເລຂາສູນ​ກາງ​ພັກ ຫົວໜ້າຄະນະໂຄສະນາອົບຮົມ ສູນກາງພັກປະຊາຊົນ ປະຕິວັດລາວ ​ໄດ້​ເນັ້ນ​ຫນັກ​ວ່າ: ການ​ເສັງ​ແມ່ນ​ການ​ເຄື່ອນ​ໄຫວ​ມຸ່ງ​ໄປ​ເຖິງ​ການ​ລະນຶກ ​ປີ​ສາມັກຄີ​ມິດຕະພາບ ລາວ ຫວຽດນາມ ປີ 2012, 50 ປີ​ແຫ່ງ​ການສ້າງສາຍ​ພົວພັນ​ທາງ​ການ​ທູດ ​ແລະ 35 ປີ ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ​ສອງ​ປະ​ເທດ ລາວ ​ແລະ ຫວຽດນາມ.  ທີສອງ ພວກ​ຂ້າພະ​ເຈົ້າ​ຢາກ​ໃຫ້​ປະຊາຊົນ ລາວ​ບັນດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ປະຫວັດສາດແຫ່ງຄວາມ​ສາມັກ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ. ທີ​ສາມ ​ແມ່ນ​ການປະກອບສ່ວນ​ສ້າງສາ​ຍພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະທດ​ໃຫ້​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ ​ແລະ ​ເຂົ້າ​ສູ່​ລວງ​ເລິກ.

 

ຂ່າວ/ບົດ​ອື່ນ