ປຸກລະດົມບັ້ນເຄຶ່ອນໄຫວໂມງໜ່ວຍໂລກປີ 2018

(VOVWORLD) -ຕອນເຊົ້າວັນທີ 3 ກຸມພາ, ບັ້ນເຄຶ່ອນໄຫວໂມງໜ່ວຍໂລກປີ 2018 ໂດຍກະຊວງອຸດສາຫະກຳການຄ້າປຸກລະດົມຢູ່ນະຄອນຫຼວງຮ່າໂນ້ຍດ້ວຍສານທີ່ວ່າ : “ ມື້ນີ້ຂ້າພະເຈົ້າມີຊີວິດຂຽວງາມກ່ວາ ”.  
ປຸກລະດົມບັ້ນເຄຶ່ອນໄຫວໂມງໜ່ວຍໂລກປີ 2018 - ảnh 1 ບັ້ນເຄຶ່ອນໄຫວໂມງໜ່ວຍໂລກປີ 2018

ບັ້ນເຄຶ່ອນໄຫວດັ່ງກ່າວ ແມ່ນເພື່ອແນໃສ່ຈຸດປະສົງຂົນຂວາຍວົງຄະນະຍາດ, ວິສາຫະກິດ ແລະ ທົ່ວສັງຄົມປະຕິບັດບັນດາການເຄື່ອນໄຫວກ່ຽວກັບການປະຢັດໄຟຟ້າ, ປະຢັດພະລັງງານ, ຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

    ທ່ານຈິ້ງກ໋ວກວູ້, ສັງກັດກະຊວງອຸດສາຫະກຳ-ການຄ້າ ຕີລາຄາວ່າ ຜ່ານການເຄື່ອນໄຫວໂຄສະນາ, ປະຊາຊົນໄດ້ມີສະຕິຄວາມຮັບຮູ້ຫຼາຍກ່ວາໃນການຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານຈິ້ງກ໋ວກວູ້ ກ່າວວ່າ : 

    “ ເມື່ອຕີລາຄາປະສິດທິຜົນໃນການໂຄສະນາຂອງໂມງໜ່ວຍໂລກໃນຊຸມປີທີ່ຜ່ານມາ, ພວກຂ້າພະເຈົ້າຮັບຮູ້ວ່າ ໄດ້ມີຄວາມກ້າວໜ້າຫຼາຍພໍສົມຄວນຂອງບັນດາວິສາຫະກິດ, ສ່ວນບຸກຄົນ, ອົງການສຳນັກງານ. ສະຕິຄວາມຮັບຮູ້ຂອງບັນດາອົງການສຳນັກງານ, ວິສາຫະກິດ ແລະ ປະຊາຊົນໃນປະຈຸບັນ ພວມສູງກ່ວາຫຼາຍ. ຜ່ານນັ້ນ ເພື່ອເຫັນໄດ້ວ່າ ພວກເຮົາແຕ່ລະຄົນ ຕ່າງກໍພວມມຸ່ງໄປສູ່ສັງຄົມພັດທະນາຂຽວ ແລະ ຍືນຍົງ”

ຕອບກັບ

ຂ່າວ/ບົດ​ອື່ນ