ປຸກລະດົມລາງວັນຫັນປ່ຽນສູ່ດີຈີຕອນ ຫວຽດນາມ ປີ 2021

(VOVWORLD) - ຕອນເຊົ້າວັນທີ 06 ເມສາ, ສະມາຄົມສື່ສານດີຈີຕອນ ຫວຽດນາມ ໄດ້ຈັດຕັ້ງພິທີປຸກລະດົມລາຍການຄັດເລືອກ, ມອບລາງວັນ “ຫັນປ່ຽນສູ່ດີຈີຕອນ ຫວຽດນາມ - Vietnam Digital Awards” ປີ 2021. 
ປຸກລະດົມລາງວັນຫັນປ່ຽນສູ່ດີຈີຕອນ ຫວຽດນາມ ປີ 2021 - ảnh 1 ທ່ານ ຫງວຽນມິງຮົງ, ປະທານສະມາຄົມສື່ສານດີຈີຕອນ ຫວຽດນາມ . ພາບ: TTXVN

  ນີ້ແມ່ນລາງວັນເຊີດຊູຜົນງານການຫັນປ່ຽນສູ່ດີຈີຕອນດີເດັ່ນຂອງບັນດາສ່ວນບຸກຄົນ, ວິສາຫະກິດ, ຫົວໜ່ວຍພາລະກິດ, ອົງການສຳນັກງານແຫ່ງລັດ, ປະກອບສ່ວນຊຸກຍູ້ກິດຈະການຫັນປ່ຽນສູ່ດີຈີຕອນແຫ່ງຊາດ. ລາງວັນມີ 4 ລາຍການ ນັ້ນແມ່ນ ຜະລິດຕະພັນ, ບໍລິການ, ມາດຕະການຫັນປ່ຽນສູ່ດີຈີຕອນດີເດັ່ນ; ວິສາຫະກິດ, ຫົວໜ່ວຍພາລະກິດຫັນປ່ຽນສູ່ດີຈີຕອນດີເດັ່ນ; ອົງການສຳນັກງານແຫ່ງລັດຫັນປ່ຽນສູ່ດີຈີຕອນດີເດັ່ນ; ຜະລິດຕະພັນ, ມາດຕະການຫັນປ່ຽນສູ່ດີຈີຕອນເພື່ອປະຊາຄົມ. ລາງວັນຫັນປ່ຽນສູ່ດີຈີຕອນ ຫວຽດນາມ ຈະໄດ້ຮັບການຈັດຕັ້ງເປັນປະຈຳປີ ປະກອບສ່ວນປະຕິບັດໂຄງການຫັນປ່ຽນສູ່ດີຈີຕອນແຫ່ງຊາດຮອດປີ 2025 ກຳນົດທິດຮອດປີ 2030.

ຕອບກັບ

ຂ່າວ/ບົດ​ອື່ນ