ປຸກ​ລະ​ດົມ​ເດືອນ​ເຄື່ອນ​ໄຫວ​ເພື່ອ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ ແລະ ປ້ອງ​ກັນ, ສະ​ກັດ​ກັ້ນ ແລະ ຮັບ​ມື​ກັບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ທາງ​ເພດ

(VOVWORLD) -ພິທີປຸກລະດົມເດືອນເຄື່ອນໄຫວເພື່ອຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ການປ້ອງກັນ, ສະກັດກັ້ນ ແລະ ຮັບມືກັບການໃຊ້ຄວາມຮຸນແຮງທາງເພດ ປີ 2022 ດ້ວຍຫົວຂໍ້ “ຮັບປະກັນການຊ່ວຍໜູນສັງຄົມ, ເພີ່ມທະວີສິດ ແລະ ສ້າງກາລະໂອກາດໃຫ້ແມ່ຍິງ ແລະ ເດັກຍິງ ເພື່ອແນໃສ່ປະຕິບັດຄວາມສະເໝີພາບລະຫວ່າງຍິງ ຊາຍ ແລະ ລົບລ້າງການໃຊ້ຄວາມຮຸນແຮງສຳລັບແມ່ຍິງ ແລະ ເດັກຍິງ” ເຊິ່ງດຳເນີນໃນວັນທີ 12 ພະຈິກ, ຢູ່ນຄອນ ຫວູງເຕົ່າ, ແຂວງ ບ່າເຣ້ຍ - ຫວູງເຕົ່າ. 
ປຸກ​ລະ​ດົມ​ເດືອນ​ເຄື່ອນ​ໄຫວ​ເພື່ອ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ ແລະ ປ້ອງ​ກັນ, ສະ​ກັດ​ກັ້ນ ແລະ ຮັບ​ມື​ກັບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ທາງ​ເພດ - ảnh 1ພິທີປຸກລະດົມເດືອນເຄື່ອນໄຫວເພື່ອຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ການປ້ອງກັນ, ສະກັດກັ້ນ ແລະ ຮັບມືກັບການໃຊ້ຄວາມຮຸນແຮງທາງເພດ ປີ 2022 

ເຫດການດັ່ງກ່າວ ໂດຍກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ສົມທົບກັບຄະນະກຳມະການປະຊາຊົນແຂວງ ບ່າເຣ້ຍ - ຫວູງເຕົ່າ ແລະ ບັນດາອົງການ ສປຊ ປະຈຳ ຫວຽດນາມ ຈັດຂຶ້ນ. ພິທີປຸກລະດົມນີ້ ແມ່ນການເລີ່ມຕົ້ນໃຫ້ແກ່ບັ້ນໂຄສະນາເຜີຍແຜ່ຈຸດສຸມກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ ປີ 2022, ເຊິ່ງດຳເນີນແຕ່ວັນທີ 15 ພະຈິກ - 15 ທັນຍາ. ພ້ອມດຽວກັນນັ້ນ, ຍັງມີຫຼາຍກິດຈະກຳຖືກຈັດຂຶ້ນໃນທົ່ວປະເທດເພື່ອຕອບສະໜອງເຫດການນີ້.

  ກ່າວຄຳເຫັນທີ່ພິທີ, ທ່ານນາງຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫງວຽນທິຮ່າ ສະເໜີໃຫ້ທຸກຂັ້ນ, ທຸກຂະແໜງການ ແລະ ທ້ອງຖິ່ນ ຈົ່ງເອົາໃຈໃສ່ວຽກງານໂຄສະນາເຜີຍແຜ່, ວຽກງານສື່ມວນຊົນ ເພື່ອຍົກສູງສະຕິຄວາມຮັບຮູ້ຂອງບັນດາອົງການຈັດຕັ້ງ, ຂອງປະຊາຊົນ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ, ປອດການໃຊ້ຄວາມຮຸນແຮງ ແລະ ທຳຮ້າຍແມ່ຍິງ ແລະ ເດັກຍິງ.

ຕອບກັບ

ຂ່າວ/ບົດ​ອື່ນ