ປຶກສາຫາລືດ້ານການເມືອງ ຫວຽດນາມ - ອິນເດຍ ຄັ້ງທີ 12

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ສະເໜີໃຫ້ 2 ຝ່າຍສືບຕໍ່ພ້ອມກັນຊຸກຍູ້ບັນດາເສົາຄ້ຳຮ່ວມມືສຳຄັນຄື:  ການເມືອງ - ການຕ່າງປະເທດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຄ້າ - ການລົງທຶນ
ປຶກສາຫາລືດ້ານການເມືອງ ຫວຽດນາມ - ອິນເດຍ ຄັ້ງທີ 12 - ảnh 1ທ່ານລັດຖະມົນຕີການຕ່າງປະເທດ  ບຸຍແທັງເຊີນ ຕ້ອນຮັບທ່ານຮອງລັດຖະມົນຕີການຕ່າງປະເທດ ອິນເດຍ Saurabh Kumar
(ພາບ: mofa.gov.vn)

ຕອນບ່າຍວັນທີ 30 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານຮອງລັດຖະມົນຕີການຕ່າງປະເທດ ອິນເດຍ Saurabh Kumar ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ແລະ ເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ແລະ ການເຈລະຈາຍຸດທະສາດຄັ້ງທີ 9 ລະຫວ່າງກະຊວງການຕ່າງປະເທດຂອງ 2 ປະເທດ ໃນລະຫວ່າງວັນທີ 29 – 31 ພຶດສະພາ. ທີ່ການຕ້ອນຮັບ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ສະເໜີໃຫ້ 2 ຝ່າຍສືບຕໍ່ພ້ອມກັນຊຸກຍູ້ບັນດາເສົາຄ້ຳຮ່ວມມືສຳຄັນຄື:  ການເມືອງ - ການຕ່າງປະເທດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຄ້າ - ການລົງທຶນ, ວັດທະນະທຳ ແລະ ພົວພັນແລກປ່ຽນປະຊາຊົນ… ເພື່ອແນໃສ່ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1972 - 2022). ສ່ວນທ່ານຮອງລັດຖະມົນຕີ Saurabh Kumar ຢືນຢັນວ່າ, ຍາມໃດ ອິນເດຍ ກໍ່ຖື ຫວຽດນາມ ແມ່ນເສົາຄ້ຳສຳຄັນໃນນະໂຍບາຍ “ການກະທຳມຸ່ງໄປເຖິງທິດຕາເວັນອອກ”, ໃຫ້ຄຳໝັ້ນສັນຍາຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງ 2 ປະເທດໃຫ້ຫຼາຍກວ່າໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ