ປຶກສາຫາລືດ້ານການເມືອງຄັ້ງທີ 9 ແລະ ການເຈລະຈາຍຸດທະສາດຄັ້ງທີ 6 ລະຫວ່າງຫວຽດນາມ ແລະ ອິນເດຍ

(VOVWORLD) -ວັນທີ 24 ຕຸລາ, ຢູ່ ຮ່າໂນ້ຍ, ທ່ານ ຫງວຽນກວກຢູງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ແລະ ທ່ານ Preeti Saran, ຮອງລັດຖະມົນຕີການຕ່າງປະເທດ ອິນເດຍ ເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງຄັ້ງທີ 9 ແລະ ການເຈລະຈາຍຸດທະສາດຄັ້ງທີ 6 ລະຫວ່າງຫວຽດນາມ ແລະ ອິນເດຍ.

ປຶກສາຫາລືດ້ານການເມືອງຄັ້ງທີ 9 ແລະ ການເຈລະຈາຍຸດທະສາດຄັ້ງທີ 6 ລະຫວ່າງຫວຽດນາມ ແລະ ອິນເດຍ - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ພາບ:Vietnam+

ທີ່ກອງປະຊຸມ, ສອງຝ່າຍໄດ້ປຶກສາຫາລືບັນດາມາດຕະການສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດຫລັກແຫລ່ງ. ຕາມນັ້ນແລ້ວ, ເປັນເອກະພາບນຳວົງເງິນດ້ານການຄ້າສອງສົ້ນບັນລຸ 15 ຕື້ USD ໃນປີ 2020, ເພີ່ມທະວີບັນດາການເຄື່ອນໄຫວສົ່ງເສີມການລົງທຶນ, ສົ່ງເສີມເລື່ອງເປີດສາຍການບິນໂດຍກົງລະຫວ່າງບັນດານະຄອນໃຫຍ່ຂອງສອງປະເທດ. ອິນເດຍ ຢືນຢັນສືບຕໍ່ຫນູນຊ່ວຍຫວຽດນາມ ຍົກສູງກຳລັງຄວາມສາມາດປ້ອງກັນຊາດ, ບຳລຸງສ້າງພາສາອັງກິດໃຫ້ທະຫານ, ມອບໂອນເຕັກໂນໂລຊີດ້ານປ້ອງກັນຊາດ ແລະ ສະຫນອງສິນເຊື່ອປ້ອງກັນຊາດ, ສະເຫນີ ສອງຝ່າຍເພີ່ມທະວີການຮ່ວມມືໃນຂົງເຂດຄວາມປອດໄພເຄືອຂ່າຍອິນເຕີແນັດ, ຄວາມປອດໄພການເດີນທະເລ, ຕ້ານການກໍ່ການຮ້າຍ, ອາດຊະຍາກຳຂ້າມຊາດ, ການຄ້າມະນຸດຢ່າງຜິດກົດໝາຍ. ກ່ຽວກັບບັນຫາພາກພື້ນ ແລະ ສາກົນຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ສອງຝ່າຍເປັນເອກະພາບຈະຮ່ວມມືນຳກັນຢ່າງແຫນ້ນແຟ້ນ ແລະ ຮ່ວມມືກັບບັນດາປະເທດໃນພາກພື້ນ ເພື່ອແນໃສ່ເສີມຂະຫຍາຍບັນດາກາລະໂອກາດ, ຈຳກັດສິ່ງທ້າທາຍ ເພື່ອຮັບປະກັນສະພາບແວດລ້ອມຄວາມສະຫງົບປອດໄພຍຸດທະສາດ, ຮັບມືກັບບັນດາຄວາມສ່ຽງອາດຊະຍາກຳແບບໃຫມ່ ແລະ ແບບເກົ່ານັບມື້ນັບເພີ່ມຂຶ້ນ.

ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ຕ້ອນຮັບທ່ານຮອງລັດຖະມົນຕີການຕ່າງປະເທດ ອິນເດຍຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ