ປິດບຸນຊ່ວງເຮືອຮ່າໂນ້ຍເປີດກວ້າງ 2019

(VOVWORLD) -ວັນທີ 17 ກຸມພາ, ເຊິ່ງແມ່ນວັນແຂ່ງຂັນສຸດທ້າຍຂອງບຸນຊ່ວງເຮືອຮ່າໂນ້ຍ ເປີດກວ້າງ 2019, ບັນດາທິມສີພາຍແມ່ນມາຈາກບັນດາເມືອງ, ເທດສະບານ, ບັນດາສະຖານທູດ, ອົງການຈັດຕັ້ງ ແລະ ວິສາຫະກິດໃນບໍລິເວນນະຄອນຫຼວງຮ່າໂນ້ຍ ໄດ້ເຂົ້າຮ່ວມ.
ປິດບຸນຊ່ວງເຮືອຮ່າໂນ້ຍເປີດກວ້າງ 2019 - ảnh 1(ບຸນຊ່ວງເຮືອຮ່າໂນ້ຍເປີດກວ້າງ 2019)

ຜົນຂອງການແຂ່ງຂັນແມ່ນ: ໃນການແຂ່ງຂັນປະເພດປະສົມ ຍິງ - ຊາຍ 12 ຄົນ, ແມ່ນທິມຂອງ Vietnam Airlines 2 ຍາດໄດ້ລາງວັນຊິງຊະນະເລີດ; ໃນການແຂ່ງຂັນຊ່ວງເຮືອຊາຍ 12 ຄົນ, ທິມ ອຶ໊ງຮ່ວາ ຍາດໄດ້ລາງວັນທີ 1… ເຂົ້າຮ່ວມການແຂ່ງຂັນຊ່ວງເຮືອຄັ້ງນີ້, ເອື້ອຍ Kellee Farmer, ສະມາຊິກໃນທິມຊ່ວງເຮືອທີ່ມາຈາກສະຖານທູດອາເມລິກາ, ແບ່ງປັນວ່າ.

        “ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າເຂົ້າຮ່ວມ, ຂ້າພະເຈົ້າມ່ວນຫຼາຍ. ຫວຽດນາມ ແມ່ນປະເທດທີ່ມີໜອງ, ແມ່ນ້ຳຫຼາຍສາຍ ແລະ ການແຂ່ງຂັນຊ່ວງເຮືອແມ່ນມີມາແຕ່ດົນນານແລ້ວ. ແນ່ນອນວ່າ, ໃນປີໜ້າພວກຂ້າພະເຈົ້າຈະສືບຕໍ່ເຂົ້າຮ່ວມ ແລະ ພະຍາຍາມຍາດໃຫ້ໄດ້ລາງວັນ. ນີ້ກໍ່ແມ່ນກາລະໂອກາດທີ່ດີເພື່ອໃຫ້ຂ້າພະເຈົ້າໄດ້ແບ່ງປັນກັບບັນດາເພື່ອນມິດສາກົນກ່ຽວກັບມູນເຊື້ອຂອງຫວຽດນາມ”.

        ງານແຂ່ງຂັນຊ່ວງເຮືອຮ່າໂນ້ຍ ຖືກດຳເນີນໃນລະຫວ່າງວັນທີ 16 – 17 ກຸມພາ, ເຊິ່ງໄດ້ດຶງດູດສີພາຍເຂົ້າຮ່ວມກວ່າ 700 ຄົນ ທີ່ມາຈາກ 34 ຄະນະ, ໃນນັ້ນມີ 4 ທິມສີພາຍສາກົນແມ່ນ: ລາວ, ມາເລເຊຍ, ສິງກະໂປ ແລະ ຮົ່ງກົງ (ຈີນ).

ຕອບກັບ

ຂ່າວ/ບົດ​ອື່ນ