ປ​ີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2021, ນິງ​ບິ່ງ​ສູ້​ຊົນ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ 7 ລ້ານ​ເທື່ອ​ຄົນ

(VOVWORLD) -ພະແນກການທ່ອງທ່ຽວແຂວງສືບຕໍ່ຊຸກຍູ້, ກວດກາ, ຕິດຕາມບັນດາຫົວໜ່ວຍດຳເນີນທຸລະກິດການທ່ອງທ່ຽວ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ອະນາໄມສິ່ງແວດລ້ອມ, ປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. 
ປ​ີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2021, ນິງ​ບິ່ງ​ສູ້​ຊົນ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ 7 ລ້ານ​ເທື່ອ​ຄົນ - ảnh 1ບັນດາແຂກທ່ອງທ່ຽວຜູ້ທຳອິດໃນປີ 2021 ຂອງແຂວງ ນິງບິ່ງ (ພາບ: TTXVN)

ປີ 2021, ຂະແໜງການທ່ອງທ່ຽວແຂວງນິງບິ່ງ ໄດ້ຍົກອອກຄາດໝາຍຕ້ອນຮັບແຂກທ່ອງທ່ຽວ 7 ລ້ານເທື່ອຄົນ. ທ່ານ ບຸ່ຍວັນແມັງ ຫົວໜ້າພະແນກການທ່ອງທ່ຽວແຂວງ ນິງບິງ ໃຫ້ຮູ້ວ່າ: ແຂວງນິງບິ່ງໄດ້ກະກຽມທຸກເງື່ອນໄຂຈັດຕັ້ງປີທ່ອງທ່ຽວແຫ່ງຊາດ 2021 ໃຫ້ເປັນຢ່າງດີ. ພ້ອມທັງຂົນຂວາຍບັນດາວິສາຫະກິດດຳເນີນທຸລະກິດການທ່ອງທ່ຽວຕັ້ງໜ້າຜັນຂະຫຍາຍແຜນການກະຕຸ້ນການທ່ອງທ່ຽວ, ເພີ່ມທະວີການໂຄສະນາ, ສົ່ງເສີມການທ່ອງທ່ຽວ, ຍົກສູງຄຸນນະພາບການບໍລິການ. ດ້ານໜຶ່ງ, ພະແນກການທ່ອງທ່ຽວແຂວງສືບຕໍ່ຊຸກຍູ້, ກວດກາ, ຕິດຕາມບັນດາຫົວໜ່ວຍດຳເນີນທຸລະກິດການທ່ອງທ່ຽວ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ອະນາໄມສິ່ງແວດລ້ອມ, ປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ນອກຈາກນັ້ນ, ທາງແຂວງກໍ່ໄດ້ຂຶ້ນແຜນການຈັດຕັ້ງສັບປະດາທ່ອງທ່ຽວນິງບິ່ງ 2021, ສ້າງເຂດທ່ອງທ່ຽວ ຕາມກົກ - ບິກດົ້ງ ກາຍເປັນຈຸດພົ້ນເດັ່ນແຫ່ງຄວາມສິວິໄລ, ວັດທະນະທຳ ແລະ ປອດໄພ, ເຂົ້າຮ່ວມບັນດາການເຄື່ອນໄຫວສົ່ງເສີມ, ໂຄສະນາການທ່ອງທ່ຽວຢູ່ບັນດາງານຕະຫຼາດນັດ, ກອງປະຊຸມສຳມະນາການທ່ອງທ່ຽວສາກົນ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ພິເສດແມ່ນບັນດາເຫດການຕອບສະໜອງປີທ່ອງທ່ຽວແຫ່ງຊາດ 2021 - ຮວາລື, ນິງບິ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ