ປັນຍາປະດິດ: ບັນດາລັດຖະມົນຕີ ອາຊຽນ ເນັ້ນໜັກເຖິງຄວາມຕ້ອງການຮ່ວມມືເພື່ອຂຸດຄົ້ນຜົນປະໂຫຍດຂອງ AI

(VOVWORLD) - ກອງປະຊຸມຮັບຮູ້ຄວາມສາມາດບົ່ມຊ້ອນນຳໃຊ້ AI ຫຼາຍພໍສົມຄວນ ແມ່ນກຳລັງໜູນຕົ້ນຕໍສຳລັບຄວາມກ້າວໜ້າ ແລະ ປ່ຽນແປງໃໝ່ຂົງເຂດເຕັກໂນໂລຊີ
ປັນຍາປະດິດ: ບັນດາລັດຖະມົນຕີ ອາຊຽນ ເນັ້ນໜັກເຖິງຄວາມຕ້ອງການຮ່ວມມືເພື່ອຂຸດຄົ້ນຜົນປະໂຫຍດຂອງ AI - ảnh 1ກອງປະຊຸມລັດຖະມົນຕີວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ ອາຊຽນ ຄັ້ງທີ 20 ຈັດຂຶ້ນຢູ່ ຊຽມຣຽບ
(ພາບ: Phnom Penh Post)

        ວັນທີ 07 ມິຖຸນາ, ບັນດາລັດຖະມົນຕີວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ຂຶ້ນກັບ ອາຊຽນ, ໄດ້ເນັ້ນໜັກເຖິງຄວາມຈຳເປັນ ຕ້ອງມີມາດຕະການ ແລະ ສົມທົບກັນກະທຳເພື່ອຂຸດຄົ້ນຜົນປະໂຫຍດຂອງປັນຍາປະດິດ (AI).

        ຖະແຫຼງການຮ່ວມທີ່ໄດ້ຍົກອອກມາພາຍຫຼັງກອງປະຊຸມລັດຖະມົນຕີວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ ອາຊຽນ ຄັ້ງທີ 20 ຈັດຂຶ້ນຢູ່ ຊຽມຣຽບ (ກຳປູເຈຍ), ຊີ້ແຈ້ງວ່າ: “ກອງປະຊຸມຮັບຮູ້ຄວາມສາມາດບົ່ມຊ້ອນນຳໃຊ້ AI ຫຼາຍພໍສົມຄວນ ແມ່ນກຳລັງໜູນຕົ້ນຕໍສຳລັບຄວາມກ້າວໜ້າ ແລະ ປ່ຽນແປງໃໝ່ຂົງເຂດເຕັກໂນໂລຊີ, ພ້ອມທັງກຳນົດຄວາມຕ້ອງການສົມທົບກັນກະທຳ ແລະ ຮ່ວມມືເພື່ອຂຸດຄົ້ນຜົນປະໂຫຍດຂອງ AI ຢ່າງສຸດຂີດ, ກໍຄືເປັນເຈົ້າການແກ້ໄຂຜົນກະທົບຕໍ່ສັງຄົມ, ເສດຖະກິດ ແລະ ຄຸນສົມບັດທີ່ກ່ຽວຂ້ອງ. ກອງປະຊຸມໃສ່ໃຈວ່າ, AI ອາດຈະສົ່ງຜົນສະທ້ອນຫຼາຍພໍສົມຄວນຕໍ່ພື້ນຖານເສດຖະກິດ ອາຊຽນ, ສາມາດຊ່ວຍເພີ່ມຍອດຜະລິດຕະພັນພາບໃນ (GDP) ຈາກ 10 – 18%, ເທົ່າກັບມູນຄ່າປະມານ 1 ຕື້ USD ໃນປີ 2030”.

        ເນື່ອງໃນໂອກາດນີ້, ກຸ່ມປະຕິບັດງານໜຶ່ງໄດ້ສ້າງຕັ້ງຂຶ້ນໃນຂອບເຂດກອງປະຊຸມບັນດາເຈົ້າໜ້າທີ່ຂັ້ນສູງເຕັກນິກດີຈີຕອນ ອາຊຽນ ກ່ຽວກັບການຄຸ້ມຄອງ AI, ເພື່ອແກ້ໄຂບັນດາບັນຫາກ່ຽວຂ້ອງເຖິງການຄຸ້ມຄອງ AI. ນອກນັ້ນ, ກອງປະຊຸມກໍ່ຊົມເຊີຍເລື່ອງເປີດຕົວຄະນະກຳມະການ ອາຊຽນ ກ່ຽວກັບບັນດາທິດທາງວິທະຍາສາດ, ເຕັກໂນໂລຊີ ແລະ ປ່ຽນແປງໃໝ່ກ່ຽວກັບ AI ໃນໄລຍະ 2024 – 2025, ເພື່ອເປີດກວ້າງບັນດາຂໍ້ລິເລີມພັດທະນາກຳລັງຄວາມສາມາດພາກພື້ນກ່ຽວກັບ AI.

ຕອບກັບ

ຂ່າວ/ບົດ​ອື່ນ