ປັບປຸງປະມວນກົດໝາຍດຳເນີນຄະດີແພ່ງໃຫ້ສອດຄ່ອງກັບລັດຖະທຳມະນູນ

ປັບປຸງປະມວນກົດໝາຍດຳເນີນຄະດີແພ່ງໃຫ້ສອດຄ່ອງກັບລັດຖະທຳມະນູນ - ảnh 1
(ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນເທື່ອ​ທີ 10
 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13)

(vovworld)- ​​​​ວັນ​ທີ 26/10, ໃນ​ ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13, ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດໄດ້​ສະ​ຫງວ​ນ​ເວ​ລາ​ໝົດ​ມື້​ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບາງ​ເນື້ອ​ໃນ​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຂອງ​ຮ່າງ​ປະ​ມວນ​ກົດ​ໝາຍ​ດຳ​ເນີນ​ຄະ​ດີ​ແພ່ງ(ສະ​ບັບ​ປັບ​ປຸງ). ຄຳ​ເຫັນ​ຂອງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ສ່ວນຫຼາຍແມ່ນ​ເປັນ​ເອ​ກະ​ພາບ​ກັບ​ທັດ​ສະ​ນະ​ໃໝ່​ທີ່​ໄດ້​ຍົກ​ອອກ​ໃນ​ຮ່າງ​​ປະມວນ​ກົດ​ໝາຍ​ດຳ​ເນີນ​ຄະ​ດີ​ແພ່ງ(ສະ​ບັບ​ປັບ​ປຸງ)​ຄັ້ງ​ນີ້​ແມ່ນ “ສານບໍ່​​ໄດ້ປະ​ຕິ​ເສດ​​ການ​ສະ​ເໜີ​ແກ້​ໄຂ​ຄະ​ດີ​ແພ່ງ​ ຍ້ອນ​ເຫດ​ຜົນ​ທີ່​ວ່າ​ ຍັງ​ບໍ່​​ທັນ​ມີ​ມາດ​ຕາ​​ໃນກົດ​ໝາຍ​ເພື່ອ​ໝູນ​ໃຊ້” ແລະ ຖື​ວ່າ: ເລື່ອງ​ເປີດກວ້າງ​ສິດ​ອຳ​ນາດ​ພິ​ພາກ​ສາ​ຂອງ​ສານ​ປະ​ຊາ​ຊົນ​ຄື​ແນວນັ້ນ ແມ່ນ​ບາດ​ກ້າວ​ຫັນ​ປ່ຽນ​ສຳ​ຄັນ​ໃນ​ການ​ສ້າງ​ລັດ​ແຫ່ງ​ອຳ​ນາດ​ນິ​ຕິ​ບັນ​ຍັດ, ​ສອດ​ຄ່ອງ​ກັບ​ຂໍ້​ກຳ​ນົດ​ຂອງ​ລັດ​ຖະ​ທຳ​ມະ​ນູ​ນ​ປີ 2013 ດ້ວຍ​ພາ​ລະ​ບົດ​ບາດ, ໜ້າ​ທີ່​ຂອງ​ສານ​ປະ​ຊາ​ຊົນແມ່ນ : “ອົງ​ການ​ພິ​ພາກ​ສາ​ຂອງ​ປະ​ເທດ​ສາ​ທາ​ລະ​ນະ​ລັດ​ສັງ​ຄົມ​ນິ​ຍົມ​ຫວຽດ​ນາມ, ປະ​ຕິ​ບັດ​ສິດ​ຍຸດ​ຕິ​ທຳ” ແລະ ບົດ​ຮຽນ​ຂອງຫຼາຍ​ປະ​ເທດ​ໃນ​ໂລກ. ຂໍ້​ກຳ​ນົດ​ນີ້​​ແນ​ໃສ່ແກ້​ໄຂ​ຂໍ້​ຄົງ​ຄ້າງ​ໃນ​ການ​ຕັດ​ສິນ​ບັນ​ດາ​ຄະ​ດີ​ແພ່ງ​​ໃນ​ປະ​ຈຸ​ບັນ, ສະ​ແດງ​ ​ໃຫ້​ເຫັນ​ແຈ້ງ​ທັດ​ສະ​ນະ​ປ່ຽນ​ໃໝ່ ແລະ ນ້ຳ​ໃຈ​ປະ​ຕິ​ຮູບ​ດ້​ານ​ຕຸ​ລາ​ການ. ກ່ຽວ​ກັ​ບ​ພາ​ລະ​ບົດ​ບາດ​ຂອງ​ອົງ​ການ​ໄອ​ຍະ​ການ​ໃນ​ການ​ດຳ​ເນີນ​ຄະ​ດີ​ແພ່ງ ຕາມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ບາງ​ທ່ານ​ແລ້ວ : ລັດ​ຖະ​ທຳ​ມະ​ນູນ ແລະ ກົດ​ໝາຍ ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ ​ຍາມ​ໃດ​ກໍ່​ກຳ​ນົດອົງ​ການ​ໄອ​ຍະ​ການ ແມ່ນ​ອົງ​ການ​ປະ​ຕິ​ບັດ​​ການດຳ​ເນີນ​ຄະ​ດີ. ​ເປັນ​ອັນ​ວ່າ, ກົດ​ໝາຍບໍ່​ໄດ້​ຈຳ​ກັດ​​ຂອບ​ເຂດ​ການກວດ​ກາ, ​ຂອບ​ເຂດ​ການ​ກ່າວ​ຄຳ​ເຫັນ​ກ່ຽວ​ກັບ​ທັດ​ສະ​ນະ​ຂອງ​ອົງ​ການ​ໄອ​ຍະ​ການ​ກ່ຽວ​ກັບ​ເນື້ອ​ໃນ​ແກ້​ໄຂ​ຄະ​ດີ ແລະ ການປະ​ຕິ​ບັດກົດ​ໝາຍ​ດຳ​ເນີນ​ຄະ​ດີ. ປະ​ກອບ​ຄຳ​ເຫັນ​ໃສ່​ບັນ​ຫານີ້, ທ່ານ ເຈິ່ນ​ຮົ່ງ​ຮ່າ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແຂວງວິ້ງ​ຟຸກ ຖື​ວ່າ:

        “​​ການກວດ​ກາເລື່ອງ​ແກ້​ໄຂ​ຄະ​ດີ​ບໍ​ລິ​ຫານ, ຄະ​ດີ​ແພ່ງ, ຄະ​ດີ​​ກ່ຽວ​ກັບ​ບັນ​ຫາສົມ​ລົດ, ​ຄອບ​ຄົວ, ການ​ຄ້າ, ແຮງ​ງານ ແລະ ບັນ​ດາ​ວຽກ​​ງານອື່ນໆ​ຕາມ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ ໄດ້​ຍົກ​ເລີກ​ຂໍ້​ກຳ​ນົດ​ອົງ​ການ​ໄອ​ຍະ​ການ​ມີ​ສິດ​​ເປີດ​ການ​ສືບ​ສວນ​ສອບ​ສວນ​ສຳ​ລັບຄະ​ດີ​ແພ່ງ, ​ຄະ​ດີບໍ​ລິ​ຫານ. ກົດ​​ໝາຍ​ວ່າ​ດ້ວຍ​ ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ໄດ້​ກຳ​ນົດ​ພາ​ລະ​ບົດ​ບາດ​ໜ້າ​ທີ່​​ຂອງອົງ​ການ​ໄອ​ຍະ​ການ ແມ່ນພຽງ​ແຕ່​ເວົ້າ​ເຖິງ​​ໄລ​ຍະແກ້​ໄຂ​ຄະ​ດີ​ອາ​ຍາ, ສ່ວນ​ສຳ​ລັບ​ຄະ​ດີ​ບໍ​ລິ​ຫານ​​ນັ້ນ ພາ​ລະ​ບົດ​ບາດ​ຂອງ​ອົງ​ການ​ໄອ​ຍະ​ການ​ແມ່ນ​ພາ​ລະ​ບົດ​ບາດ​​ກວດ​ກາ​ສະ​ພາ​ຍຸດ​ຕິ​ທຳ”  

 

ຂ່າວ/ບົດ​ອື່ນ