ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈລະຫວ່າງປະຊາຊົນຫວຽດນາມແລະອາເມລິກາ

ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈລະຫວ່າງປະຊາຊົນຫວຽດນາມແລະອາເມລິກາ - ảnh 1
(ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ  ຫວູຊວນ​ຮົ່ງ ​
​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ສຳນັກ​ຂ່າວສານ AP)

(vovworld) – ວັນ​ທີ 11/6, ຢູ່ ຮ່າ​ໂນ້ຍ, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຫວູຊວນ​ຮົ່ງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ສຳນັກ​ຂ່າວສານ Associated Press (AP) ​ໂດຍ​ທ່ານ Gary Pruitt, ປະທານ​ທັງ​ເປັນ​ຜູ້ອຳນວຍການ​ໃຫຍ່ AP ​ເປັນ​ຫົວໜ້າ​ຄະນະ, ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 7-13/6/2015. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຫວູຊວນ​ຮົ່ງ ​ເນັ້ນ​ໜັກ​ວ່າ: ການ​ຢ້ຽມຢາມ ຫວຽດນາມ ຄັ້ງ​ນີ້​ຂອງ​ການ​ນຳ ​ແລະ ນັກ​ຂ່າວ​ສຳນັກ​ຂ່າວສານ AP ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມສະຫຼອງ 20 ປີ​ແຫ່ງ​ວັນ​ຫັນ​ການ​ພົວພັນ ຫວຽດນາມ-​ອາ​ເມ​ລິ​ກາ (1995-2015) ​ເປັນ​ປົກກະຕິ, ກໍ​ຄື​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ລະຫວ່າງ​ປະຊາຊົນ 2 ປະ​ເທດເວົ້າ​ສະ​ເພາະ, ຊຸກ​ຍູ້​ການ​ພົວພັນ​ຮ່ວມ​ມື 2 ປະ​ເທດ​ເວົ້າ​ລວມ.

    ທ່ານປະທານ​ທັງ​ເປັນ​ຜູ້ອຳນວຍການ​ໃຫຍ່ AP Gary Pruitt ​ໃຫ້​ຮູ້​ວ່າ: ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ AP ມາ​ຢ້ຽມຢາມ ຫວຽດນາມ ດ້ວຍ​ຈຸດປະສົງ​ຊອກ​ຮູ້​ສະພາບ​ການ ຫວຽດນາມ, ການ​ພົວພັນ ຫວຽດນາມ-​ອາ​ເມ​ລິ​ກາ ​ໃນ​ປະຈຸ​ບັນ, ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ນ້ຳ​ໃຈ​ມິດຕະພາບ ​ແລະ ການ​ພົວພັນ​ທາງ​ການ​ທູດ ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ