ປະກາດຂໍ້ຕົກລົງສ້າງຕັ້ງ ກອງບັນຊາການຕຳຫຼວດ ທະເລ

ປະກາດຂໍ້ຕົກລົງສ້າງຕັ້ງ ກອງບັນຊາການຕຳຫຼວດ ທະເລ - ảnh 1
​ພິທີ​ສະ​ເຫຼີ​ມສະຫຼອງ 15 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ​ແລະ ຕ້ອນ​ຮັບ​ຫຼຽນ​ໄຊວິລະ​ກຳຊັ້ນ​ໜຶ່ງ
(ພາບ: qdnd.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 28 ສິງຫາ, ກົມ​ຕຳຫຼວດ​ທະ​ເລ​ຫວຽດນາມ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 15 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ​ແລະ ຕ້ອນ​ຮັບ​ຫຼຽນ​ໄຊວິລະ​ກຳຊັ້ນ​ໜຶ່ງ; ປະກາດຂໍ້​ຕົກລົງ​ຂອງ​ລັດຖະບານວ່າ​ດ້ວຍ​ການປ່ຽນ​ຊື່​ຂອງ​ກົມ​ຕຳຫຼວດ​ທະ​ເລເປັນ​ກອງ​ບັນຊາ​ການ​ຕຳຫຼວດ​ທະ​ເລ. ຂໍ້​ຕົກລົງ​ດັ່ງ​ກ່າວ​ມີ​ຜົນ​ສັກສິດ​ນັບ​ແຕ່​ວັນ​ທີ 12 ຕຸລາ 2013 ​ເປັນ​ຕົ້ນ​ໄປ. ຜ່ານ 15 ປີ​ແຫ່ງ​ການ​ກໍ່ສ້າງ ​ແລະ ພັດທະນາ, ຕຳຫຼວດ​ທະ​ເລ​ຫວຽດນາມ ​ໄດ້​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ມານະ​ພະຍາຍາມ​ສູ້​ຊົນ ​ແລະ ບັນລຸ​ໄດ້​ບັນດາ​ຜົນງານ​ດີ​ເດັ່ນ​ຄື: ຄວາມສາມາດ​ກຽມ​ພ້ອມ​ສູ້​ຮົບ​ນັບ​ມື້​ນັບ​ສົມບູນ​ແບບ; ມີ​ເງື່ອນ​ໄຂ​ຢ່າງ​ພຽງພໍ​ເພື່ອ​ລາດ​ຕາ​ເວັນ, ຄວບ​ຄຸມ​ເຂດ​ເສດຖະກິດ​ພິ​ເສດ ​ແລະ ​ໄຫຼ່​ທະວີບ​ຂອງຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ຫງວຽນ​ແທ່ງ​ກຸງ ຖື​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ໜ້າ​ທີ່​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ປົກ​ປັກ​ຮັກສາ​ອະທິປະ​ໄຕ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍທາງ​ທະ​ເລ... ຮຽກຮ້ອງ​ໃຫ້​ກຳລັງ​ຕຳຫຼວດ​ທະ​ເລ​ຕ້ອງ​ສືບ​ຕໍ່​ພັດ​ທະນາ​ຢ່າງ​ໝັ້ນຄົງ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ໃນ​ໜ້າ​ທີ່​ໃໝ່; ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ສະພາບ​ການ, ໜ້າ​ທີ່​ຮັບຜິດຊອບ, ທັດສະນະ​ຂອງ​ພັກ ​ແລະ ລັດ ​ໃນ​ບັນຫາ​ແກ້​ໄຂ​ການ​ພິພາດ​ບົນທະ​ເລ​ຕາ​ເວັນ​ອອກ. ​ເນື່ອງ​ໃນ​ໂອກາດ​ນີ້, ກະຊວງ​ປ້ອງກັນ​ປະ​ເທດ ​ໄດ້​ປະກາດ​ຂໍ້​ຕົກລົງປ່ຽນ​ຊື່​​ກົມ​ຕຳຫຼວດ​ທະ​ເລເປັນ​ກອງ​ບັນຊາ​ການ​ຕຳຫຼວດ​ທະ​ເລຢ່າງ​ເປັນ​ທາງ​ການ.

ຂ່າວ/ບົດ​ອື່ນ