ປະກາດບົດລາຍງານປະຈຳປີວິສາຫະກິດ ຫວຽດນາມ ປີ 2012

ປະກາດບົດລາຍງານປະຈຳປີວິສາຫະກິດ ຫວຽດນາມ ປີ 2012 - ảnh 1
ພາບ​ປະ​ກອບ

(vovworld) – ບົດ​ລາຍ​ງານ​ປະຈຳ​ປີ​ວິ​ສາ​ຫະກິດ ຫວຽດນາມ ປີ 2012 ​ໂດຍ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ (ຫຼື VCCI) ປະກາດ​ເມື່ອ​ຕອນ​ເຊົ້າ​ວັນ​ທີ 18/4, ຢູ່​ຮ່າ​ໂນ້ຍ, ​ເພື່ອ​ແນ​ໃສ່​ແນະນຳ​​ໂດຍ​ສັງ​ເຂບສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ພາຍ​ໃນ​ປະ​ເທດ ​ຕໍ່​ການ​ຜັນ​ແປກ່ຽວ​ກັບ​ສະພາບ​ການ​ເຕີບ​ໂຕ​ເສດຖະກິດ, ການ​ດູ​່ນດຽງ​ສົ່ງ​ອອກ - ນຳ​ເຂົ້າ, ສະພາບ​ການ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ ​ແລະ ການ​ຜັນ​ແປ່​ຂອງ​ຕະຫຼາດ​ໂລກ. ຕາມ​ບົດລາຍ​ງານ​ແລ້ວ, ນັບ​ແຕ່​ວັນ​ທີ 1/4/2012, ຫວຽດນາມ ມີວິ​ສາ​ຫະກິດ​ກ່ວາ 321.000 ​ແຫ່ງ​ທີ່​ພວມ​ເຄື່ອນ​ໄຫວ ​ແລະ ວິ​ສາ​ຫະກິດ ຫວຽດນາມ ພວມ​ມີ​ທ່າ​ອ່ຽງຄ່ອຍໆຫລຸດຜ່ອນ​ຄົນ​ງານ ​ແຕ່ເພີ່ມທະວີກ່ຽວ​ກັບ​​ເງິນ​ລົງທຶນ. ​ເປັນ​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ, ມາ​ຮອດ​ປະຈຸ​ບັນ ມີ 80% ຍອດ​ຈຳນວນ​ວິ​ສາ​ຫະກິດພວ​​ມ​ເຄື່ອນ​ໄຫວ​ພາຍ​ໃຕ້​ຮູບ​ແບບ​ບໍລິສັດ​ຈຳກັດ ຫຼື ບໍລິສັດ​ຫຸ້ນ​ສ່ວນ, ພ້ອມ​ກັນ​ນັ້ນ ຫຼາຍ​ຫົວໜ່ວຍ​ຄ່ອຍໆເຫັນ​ປ່ຽນ​ບັນດາ​ການ​ລົງທຶນ​ມາສູ່ຂົງເຂດ​ບໍ່​ມີ​ການ​ຜະລິດ. ບົດ​ລາຍ​ງານ​ກໍ່​ໄດ້​ຍົກ​ອອກ​ບັນດາ​ຂໍ້ສະເໜີແນະກ່ຽວກັບນະ​ໂຍບາຍ​ເພື່ອ​ແນ​ໃສ່​ປັບປຸງ​ສະພາບ​ການ​ດຳ​ເນີນ​ທຸລະ​ກິດ​ຕາມ​ທິດ​ກະຈ່າງ​ແຈ້ງ, ກວດກາ​ການວາງ​ແຜນ, ຄວບຄຸມ​ຕະຫຼາດ ​ແລະ ​ເພີ່ມ​ທະວີ​ລັກສະນະ​ຄາດ​ຄະ​ເນ. ພິ​ເສດ, ບັນດາ​ວິ​ສາ​ຫະກິດ ຫວັງ​ວ່າ: ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຕ່າງໆ​ສຸມ​ໃສ່​ຍົກ​ສູງ​ກຳລັງ​ຄວາມສາມາດບໍລິຫານ, ໜູນ​ຊ່ວຍ​ວິ​ສາ​ຫະກິດ​ໃນ​ບໍລິ​ເວນ. ບົດ​ລາຍ​ງານ​ກໍ່​ໃຫ້​ເຫັນ​ຄວາມ​ມານະ​ພະ​ຍາ​ຍາມ​ເຊື່ອມ​ໂຍງ​ຂອງ​ບັນດາ​ວິ​ສາ​ຫະກິດ​ໃນ​ສະພາບ​ຄວາມ​ຫຍຸ້ງ​ຍາກ​ຂອງ​ພື້ນຖານ​ເສດຖະກິດ.

ຂ່າວ/ບົດ​ອື່ນ