ປະກາດບົດລາຍງານສຳຫຼວດຕີລາຄາບັນດາຄາດໝາຍກ່ຽວກັບເດັກແລະແມ່ຍິງຢູ່ຫວຽດນາມ

ປະກາດບົດລາຍງານສຳຫຼວດຕີລາຄາບັນດາຄາດໝາຍກ່ຽວກັບເດັກແລະແມ່ຍິງຢູ່ຫວຽດນາມ - ảnh 1
ປະກາດບົດລາຍງານສຳຫຼວດຕີລາຄາບັນດາ
ຄາດໝາຍກ່ຽວກັບເດັກແລະແມ່ຍິງຢູ່ຫວຽດນາມ
(ພາບ: sggp.org.vn)


(vovworld) – ວັນ​ທີ 04/09, ກອງ​ທຶນ​ສະຫະ​ປະຊາ​ຊາດ​ເພື່ອ​ເດັກນ້ອຍ ​ໄດ້​ສົມທົບ​ກັບ​ກົມ​​ໃຫຍ່​ກົມ​ສະຖິຕິ ຈັດ​ຕັ້ງ​ກອງ​ປະຊຸ​ມສຳ​ມະ​ນາ ປະກາດ​ບົດ​ລາຍງານ​ຕີ​ລາຄາ​ບັນດາ​ຄາດໝາຍກ່ຽວ​ກັບ​ເດັກ ​ແລະ ​ແມ່ຍິງ​ຢູ່​ຫວຽດນາມ ປີ 2014, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ຊ່ຽວຊານ, ນັກ​ຄົ້ນຄວ້າ, ຜູ້ຕາງໜ້າ​ບັນດາ​ອົງການ​ສາກົນ​ຢູ່​ຫວຽດນາມ ​ເປັນ​ຈຳນວນ​ຫຼາຍ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ຫງວຽນ​ວັນ​ລ້ຽວ, ຮອງ​ຫົວ​ໜ້າ​ກົມ​ໃຫຍ່​ສະຖິຕິ ​ໃຫ​້ຮູ້​ວ່າ, ບົດ​ລາຍງານ​ສຳ​ຫຼວດ​ຕີ​ລາຄາຄາ​ດໝາຍ​ເດ​ັກ ​ແລະ ​ແມ່ຍິງ​ຫວຽດນາມ ປີ 2014 ​ໄດ້​ສະໜອງ​ບັນດາ​ຂໍ້​ມູນ​ ​ແລະ ​ໄຈ້​​ແຍກສຳຄັນ ທີ່​ສ່ອງ​​ແສງ​ບັນດາ​ຜົນງານ​ຂອງ​ຫວຽດນາມ ​ໃນ​ການ​ປະຕິບັດ​ຄາດໝາຍ​ພັດທະນາ. ບົດ​ລາຍ​ງານ​ຄັ້ງ​ນີ້ ຕ້ອງ​​ໄດ້​ນຳ​ເຂົ້າ​ໂຄງການ​ສຳ​ຫຼວດແຫ່ງ​ຊາດຂອງ​ຫວຽດນາມ ​ເພື່ອ​ແນ​ໃສ່​ຕິດຕາມ ​ແລະ ອັບ​​ເດັດ​ສະພາບ​ການ​ເດັກ ​ແລະ ​ແມ່ຍິງ​ຂອງ​ຫວຽດນາມ ​ເປັນ​ປະຈຳ. ທ່ານ Youssouf Abdel Jelil, ຫົວໜ້າ​ກອງ​ທຶນສະຫະ​ປະຊາ​ຊາດ​​ເພື່ອ​ເດັກນ້ອຍ ປະຈຳ​ຫວຽດນາມ ​ເນັ້ນ​ໜັກ​ວ່າ, ບົດ​ລາຍ​ງານ​ສຳ​ຫຼວດ​ຕີ​ລາຄາ​ບັນດາ​ຄາດໝາຍ​ກ່ຽວ​ກັບ​ເດັກ ​ແລະ ​ແມ່ຍິງ ​ແມ່ນ​ການ​ປະກອບສ່ວນ​ລວມ​ ​ເຂົ້າ​ໃນການ​ປະຕິ​ວັດ​ດ້ານ​ຂໍ້​ມູນ ​ເຊິ່ງ​ໄດ້​ຮັບ​ການຮຽກຮ້ອງ​ ​ເພື່​ອມຸ້ງ​​ໄປ​ເຖິງ​ບັນດາ​ຄາດໝາຍ​ພັດ​ທະນາ​ຢ່າງ​ໝັ້ນຄົງ​ຢູ່​ຫວຽດນາມ.

ຂ່າວ/ບົດ​ອື່ນ