ປະກາດບັນດາເຫດການພົບປະແລກປ່ຽນ ອີຕາລີ - ຫວຽດນາມ ໃນປີ 2012

ປະກາດບັນດາເຫດການພົບປະແລກປ່ຽນ ອີຕາລີ - ຫວຽດນາມ ໃນປີ 2012 - ảnh 1

(vovworld) - ວັນ​ທີ 21/3, ສະຖານທູດ ອີ​ຕາ​ລີ ປະຈຳ​ຮ່າ​ໂນ້ຍ ​ໄດ້ຈັດ​ຕັ້ງ​ການ​ປະຊຸມ​ຂ່າວ​ແນະນຳ​ບັນດາ​ເຫດການ​ວັດທະນະ​ທຳ ອີ​ຕາ​ລີ​ ຈະ​ດຳ​ເນີນ​ຢູ່​ຫວຽດນາມ ​ໃນ​ປີ 2012. ດ້ວຍ​ຫົວ​ຂໍ້​ວ່າ “ອີ​ຕາ​ລີ - ຫວຽດນາມ, ວັດທະນະທຳ ​ແລະ ວິ​ສາ​ຫະກິດ”, ລາຍການ​ນີ້​ລວມມີ​ບັນດາ​ເຫດການທີ່​ຈະ​ຖືກ​ຈັດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ໃນ​ປີ ​ເພື່ອ​​ແນະນຳ​ຈຸດ​ທີ່ຄ້າຍຄື​ກັນ ​ແລະ ຄວາມ​​ແຕກ​ຕ່າງ​ກັນ​ລະຫວ່າ​ງວັດທະນະທຳ 2 ປະ​ເທດ. ​ເປີດສາກບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ວັດທະນະທຳ ອີ​ຕາ​ລີ - ຫວຽດນາມ​ປີ 2012 ​ແມ່ນ​ການ​​ເສັງ “Il Sono Bellissima”, ດ້ວຍ​ຫົວ​ຂໍ້​ມຸ້ງ​ເຖິງ​ແມ່ຍິງ, ​ເຊີດ​ຊູ​ບົດບາດ​ຂອງ​ແມ່​ເຖົ້າ, ຜູ້​ເປັນ​​ເມຍ, ​ເປັນ​ແມ່ ​ໃນ​ສັງຄົມ ອີ​ຕາ​ລີ ​ແລະ ຫວຽດນາມ. ​ເອື້ອຍ Alessandra Chicorista, ສະມາຊິກຄະນະ​ກຳມະການ, ​ອາຈານ​ພາສາ ອີ​ຕາ​ລີ ພະ​ແນ​ກພາສາ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ​ແບ່ງ​ປັນ​ວ່າ:

“ຂ້າພະ​ເຈົ້າ​ໄດ້​ຄົ້ນ​ຄ້ວາວັດທະນະ​ທຳ, ປະຫວັດສາດ​ອາຊີ, ​ແລະ ​ເຄົາລົບນັບຖື​ບັນດາ​ແມ່ຍິງ​ຫວຽດນາມ​ຄື Ba Trieu ​ແລະ Hai Ba Trung. ຂ້າພະ​ເຈົ້າມີ​ຄວາມ​ປະ​ທັບ​ໃຈ​ກັບ​ພາບ​ພົດ​ແມ່ຍິງ​ຫວຽດນາມ​ທີ່ຄີງ​ບາງ​ຮ່າງ​ນ້ອຍ​, ​ອ່ອນ​ໂຍນ​ແຕ່​ມີ​ກຳລັງ​ຕໍ່ສູ້​ກ້າ​ແກ່ນ, ທັງ​​ໃນໄລຍະ​ສົງຄາມ ​ແລະ ປະຈຸ​ບັນ. ການ​​ເສັງນີ້​ແມ່ນການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​​ຊ່ວຍ​ໃຫ້ໃຫ້​ແມ່ຍິງຊອກ​ຫາ​ບັນດາ​ຄຸນຄ່າອັນ​ແທດ​ຈິງ​ຂອງ​ຕົນ”

ຂ່າວ/ບົດ​ອື່ນ