ປະກາດໂຄງການຈຸດໝາຍແຫ່ງຊາດຫລຸດຜ່ອນຄວາມທຸກຍາກແບບຍືນຍົງ 2012-2015

 ປະກາດໂຄງການຈຸດໝາຍແຫ່ງຊາດຫລຸດຜ່ອນຄວາມທຸກຍາກແບບຍືນຍົງ 2012-2015 - ảnh 1
ພິທີປະກາດໂຄງການຈຸດໝາຍແຫ່ງຊາດຫລຸດຜ່ອນຄວາມທຸກຍາກແບບຍືນຍົງ 2012-2015
ພາບ: cpv.org.vn


(vovworld) - ​ຕອນ​ເຊົ້າ​ວັນ​ທີ 17/10 ຢູ່ ຮ່າ​ໂນ້ຍ, ເນື່ອງ​ໃນ​ໂອກາດ​ວັນ​ຕ້ານ​ຄວາມ​ອຶດຫິວ​ທຸກ​ຍາກໂລກ ​ແລະ ວັນ​ເພື່ອ​ຜູ້​ທຸກ​ຍາກ ຫວຽດນາມ (17/10), ກະຊວງ​ແຮງ​ງານ ທະຫານ​​ເສ​ຍອົງຄະ ​ແລະ ສັງຄົມ ​ໄດ້​ສົມທົບ​ກັບ​ຄະນະ​ກຳມະການ​ຊົນ​ເຜົ່າ, ອົງການ​ພັດທະນາ​ຂອງ​ສະຫະ​ປະຊາ​ຊາດ (ສປຊ) ​ແລະ ສະຖານທູດ ​ໄອ​ແລນ ປະຈຳຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ປະກາດ​ໂຄງການ​ຈຸດ​ໝາຍ​ແຫ່ງ​ຊາດ​ຫລຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ ​ໄລຍະ 2012- 2015 ​ແລະ ​ເລີ່​ມປະຕິບັດ​ໂຄງການ​ຫນູ​ນຊ່ວຍ​ຫລຸດຜ່ອນ​ຄວາມທຸກ​ຍາກ ​ໂດຍ​ໂຄງການ​ພັດທະນາ ສປຊ ​ແລະ ​ປະ​ເທດໄອ​ແລນ ອຸປະຖຳ. ຍອດ​ລາຍ​ຈ່າຍ​ປະຕິບັດ​ໂຄງການ​ແມ່ນ​ກວ່າ 27.500 ຕື້​ດົ່ງ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະຊຸມ, ທ່ານ Nguyen Trong Dam ຮອງ​ລັດຖະມົນຕີ​ກະຊວງ​ແຮງ​ງານ ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ຫລຸດຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ 2012-2015 ​ແມ່ນ​ຫນຶ່ງ​ໃນ​ບັນດາ​ມາດ​ຕະການ​ເພື່ອ​ປະຕິບັດ​ມະຕິ​ເລກທີ 80 ຂອງ​ລັດຖະບານ ​ແລະ ​ແມ່ນ​ໂຄງການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ຫນຶ່ງ​ດຽວ​ໃນ​ໄລຍະ 2012- 2015, ​ແຫ​ລ່ງກຳລັງ​ລົງທຶນ​ໃຫ້​ແກ່​ໂຄງການ​ ​ໂດ​ຍ​ແມ່ນ​ສະພາ​ແຫ່ງ​ຊາດ, ລັດຖະບານ​ກຳນົດ ​ແລະ ດຸນ​ດຽງ​​, ​ໃນ​ນັ້ນ ງົບປະມານ​ສູນ​ກາງ ທີ່ຈັດ​​ແບ່ງ​ກວມ​ອັດຕາ​ສ່ວນ 74%, ສ່ວນ​ຍັງ​ເຫລືອ​ແມ່ນ​ຈາກ​ງົບ​ປະມານ​ຂອງ​ທ້ອງ​ຖິ່ນ ​ແລະ ​ແຫ​ລ່ງ​ກຳລັງ​ລະດົມ​ອື່ນ.”

ຂ່າວ/ບົດ​ອື່ນ