ປະກາດໂທລະສັບສາຍດ່ວນກ່ຽວກັບການອາລັກຂາພົນລະເມືອງຫວຽດນາມຢູ່ເຊັກໂກ

ປະກາດໂທລະສັບສາຍດ່ວນກ່ຽວກັບການອາລັກຂາພົນລະເມືອງຫວຽດນາມຢູ່ເຊັກໂກ - ảnh 1
ການ​ໂອ້​ລົມ​ສົນ​ທະ​ນາ
(ພາບ: Quang Vinh/Vietnam+)

(vovworld) – ວັນ​ທີ 6/6, ຢູ່​ສູນ​ການ​ຄ້າ Sapa ທີ່​ນະ​ຄອນຫຼວງ Praha, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ເຈືອງ​ແມ້ງ​ເຊີນ ແລະ ປະ​ທານ​ສະ​ມາ​ຄົມ​ຊາວ ຫວຽດ​ນາມ ຢູ່ ສ. ເຊັກ​ໂກ ຮ່​ວາງ​ດິ່ງ​ຖັ໋ງ, ເປັນ​ປະ​ທານ​ການ​ໂອ້​ລົມ​ສົນ​ທະ​ນາ ເພີ່ມ​ທະ​ວີ​ການ​ສົມ​ທົບ​ລະ​ຫວ່າງ​ສະ​ຖານ​ທູດ ແລະ ສະ​ມາ​ຄົມ​ຊາວ ຫວຽດ​ນາມ ເພື່ອ​ແນ​ໃສ່​ປ່ຽ​ນ​ໃໝ່, ຍົກ​ສູງ​ປະ​ສິດ​ທິ​ຜົນ​ວຽກ​ງານ​ອາ​ລັກ​ຂາ​ພົນ​ລະ​ເມືອງ. ທີ່​ການ​ໂອ້​ລົມ​ສົນ​ທະ​ນາ, ທ່ານ ເລກວກ​ຕ໋ວນ, ຫົວ​ໜ້າ​ຫ້ອງ​ການກົງ​ສູນ​ສະ​ຖານ​ທູດ ຫວຽດ​ນາມ, ປະ​ກາດ​ໂທ​ລະ​ສັບ​ສາຍ​ດ່ວນ​ສະ​ຫງວນ​ໃຫ້​ແກ່​ພົນ​ລະ​ເມືອງ ຫວຽດ​ນາມ ຢູ່ ສ. ເຊັກ​ໂກ. ຕາມນັ້ນ​ແລ້ວ, ຊາວ ຫວຽດ​ນາມ ຢູ່ ສ. ເຊັກ​ໂກ ເມື່ອ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ ກົງ​ສູນ ແລະ ອາ​ລັກ​ຂາພົນ​ລະ​ເມືອງ ສາ​ມາດ​ໂທ​ລະ​ສັບ​ເຖິງ​ເບີ: 792 392 299 ເພື່ອ​ໄດ້​ຮັບ​ການ​ປຶກ​ສາ ແລະ ຊ່ວຍ​ເຫຼືອ. ກົນ​ໄກ​ການ​ເຄື່ອນ​ໄຫວ​ຂອງ​ໂທ​ລະ​ສັບ​ສາຍ​ດ່ວນ​ຈະ​ໄດ້​ຮັບ​ການ​ປັບ​ປຸງ​ສຳ​ເລັດ​ໃນ​ໄລ​ຍະ​ໄວ​ທີ່​ສຸດ.


ຂ່າວ/ບົດ​ອື່ນ