ປະ​ຊາ​ຄົມຊາວ ຫວຽດ​ນາມ ອາ​ໄສ ຢູ່ ສະ​ວິດ ຕີ​ລາ​ຄາ​ສູງການ​ຊຸກ​ຍູ້ ການ​ປ່ຽນ​ແປ​ງ​ໃໝ ​ປະ​ດິດ​ສ້າງ​ຂອງ ພັກ, ລັດ

(VOVWORLD) -ເນື່ອງໃນໂອກາດຢ້ຽມຢາມສະຫະພັນ ສະວິດ ຢ່າງເປັນທາງການ, ຕອນບ່າຍວັນທີ 27 ພະຈິກ (ຕາມເວລາ ທ້ອງຖິ່ນ), ຢູ່ນະຄອນ Bern, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະກັບຜູ້ຕາງໜ້າຄະນະ, ສະມາຄົມ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ລັດຕ່າງໆຂອງສະວິດ.
ປະ​ຊາ​ຄົມຊາວ ຫວຽດ​ນາມ ອາ​ໄສ ຢູ່ ສະ​ວິດ ຕີ​ລາ​ຄາ​ສູງການ​ຊຸກ​ຍູ້ ການ​ປ່ຽນ​ແປ​ງ​ໃໝ ​ປະ​ດິດ​ສ້າງ​ຂອງ ພັກ, ລັດ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ ຖ່າຍຮູບກັບຜູ້ຕາງໜ້າຄະນະ, ສະມາຄົມ ຊາວ ຫວຽດນາມ ອາໄສ ຢູ່ ສະວິດ (ພາບ: TTXVN)

ນະທີ່ນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ປາດຖະໜາວ່າ ພໍ່ແມ່ພີ່ນ້ອງຈະສືບຕໍ່ເສີມຂະຫຍາຍນ້ຳໃຈ “ອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ”, ອວ່າຍໜ້າເມືອຫາບ້ານເກີດເມືອງນອນ, ປະກອບສ່ວນກັບປະຊາຊົນຢູ່ພາຍໃນປະເທດ ຮ່ວມແຮງຮ່ວມໃຈຜ່ານຜ່າໂລກລະບາດໂດຍໄວ. ພ້ອມດຽວກັນນັ້ນ ແມ່ນເພີ່ມທະວີຄວາມສາມັກຄີ, ຮັກສາການສຶກສາມູນເຊື້ອ ແລະ ວັດທະນະນຳທີ່ເປັນກົກເຄົ້າເຫງົ້າກໍ່ໃຫ້ຄົນລຸ້ນໜຸ່ມ, ໂດຍສະເພາະແມ່ນການຮຽນພາສາ ຫວຽດ. ທ່ານປະທານປະເທດກໍສະເໜີໃຫ້ພະນັກງານສະຖານທູດ ຫວຽດນາມ ປະຈຳ ສະວິດ ປະຕິບັດວຽກງານປົກປ້ອງພົນລະເມືອງ, ດູແລ, ຊ່ວຍເຫຼືອພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ທີ່ພວມອາໄສຢູ່ປະເທດປະຈຳຖິ່ນໃຫ້ຫຼາຍກວ່າອີກ.

        ເນື່ອງໃນໂອກາດນີ້, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ມອບຫຼຽນໄຊມິດຕິພາບໃຫ້ ສະມາຄົມມິດຕະພາບ ສະວິດ - ຫວຽດນາມ ຍ້ອນມີການປະກອບສ່ວນທີ່ດີເດັ່ນໃນການເພີ່ມພູນຄູນໄມຕີຈິດມິດຕະພາບລະຫວ່າງ ປະຊາຊົນສອງປະເທດ.


ຕອບກັບ

ຂ່າວ/ບົດ​ອື່ນ