ປະຊາຄົມຊາວຫວຽດນາມ ອາໄສຢູ່ນອກແວ ອວ່າຍເມືອຫາທະເລຂອງບ້ານເກີດເມືອງນອນ

ປະຊາຄົມຊາວຫວຽດນາມ ອາໄສຢູ່ນອກແວ ອວ່າຍເມືອຫາທະເລຂອງບ້ານເກີດເມືອງນອນ - ảnh 1
(ພາບປະກອບ)

(vovworld) –  ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ນອກ​ແວ ຫາ​ກໍ່​ຈັດການ​ພົບ​ປະ​ກັບ​ຜູ້ຕາງໜ້າ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ປະ​ເທດ​ນີ້ ​​ເພື່ອ​​ບໍລິຈາກ​ຈຳນວນ​ເງິນ​ 6.000 USD ​ແນ​ໃສ່ຮ່ວມ​​ແຮງ​ຮ່ວ​ມ​ໃຈ​ພ້ອມ​ກັບ​ທົ່ວ​ປະ​ເທດ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ສຳລັບ​ໝູ່​​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​​ຖັດຈາກ​ເລື່ອງພໍ່ແມ່​ປະຊາຊົນ​ໄດ້​ຝາກ​ຈົດໝາຍ​ຄັດຄ້ານ​ເຖິງ​ສະຖານທູດ​ຈີນ ປະຈຳ​ນອກ​ແວ ​ເມື່ອ​ທ້າຍ​ເດືອນ 05 ​ແລະ ການ​ເດິີນຂະ​ບວນຢູ່​ນະຄອນ Oslo ປະ​ເທດນອກ​ແວ ​ເມື່ອ​ວັນ​ທີ 01/06 ທີ່​ຜ່ານ​ມາ ​ເພື່ອ​ແນ​ໃສ່​ຄັດຄ້ານ​​ເລື່ອ​ງຈີນ ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​່ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ​ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ຢູ່​ທະ​ເລ​ຕາ​ເວັນ​ອອກ.

        ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ນອກ​ແວ ​ເລ​ທິຕ໋ຽດມາຍ ​ໄດ້​ຊົມ​ເຊ​ີຍບັນດາ​ການ​ເຄື່ອນ​ໄຫວ​ຂອງ​ປະຊາ​ຄົມ​ທີ່​ມີ​ຄວາມ​ໝາຍ​ອວ່າຍ​ເມືອ​ຫາ​ທະ​ເລ​ຂອງ​ບ້ານ​ເກີດ​ເມືອງ​ນອນ, ພ້ອມ​ທັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ນອກ​​ແວ ຈະສືບ​ຕໍ່​​ເສີມ​ຂະຫຍາຍ​ນ້ຳ​ໃຈ​ສາມັກຄີ, ນັບ​ມື້​ນັບ​ໝັ້ນຄົງ​ເຂັ້ມແຂງ​ກວ່າ, ຍາມ​ໃດອວ່າຍ​ເມືອ​ຫາ​ສູ່​ບ້າ​ນ​ເກີດ​ເມືອງ​ນອນ ດ້ວຍ​ຈິດ​ໃຈ “ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ຮ່ວາງ​ຊາ, ​ເຈື່ອງ​ຊາ, ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ, ໝູ່​​ເກາະ”.

ຂ່າວ/ບົດ​ອື່ນ