ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດເຈືອຈານເຂົ້າກັບຄວາມເອກອ້າງທະນົງໃຈ

(VOVWORLD) - ວັນທີ 2 ກັນຍາ, ຢູ່ເຂດປົກຄອງພິເສດ ມາເກົ້າ (ຈີີນ), ສະຫະສະມາຄົມຊາວຫວຽດນາມຢູ່ມາເກົ້າ ໄດ້ຈັດຕັ້ງພິທີຊຸມນູມມິດຕິງ ສະເຫຼີມສະຫຼອງ 73 ປີ ແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມ ທີ 2 ກັນຍາ (1945 – 2018).

ກ່າວຄໍາເຫັນທີ່ພິທີ, ທ່ານ ເຈີ່ນແທງຮວນ ຫົວໜ້າກົງສູນໃຫຍ່ຫວຽດນາມປະຈໍາຮົງກົງ ແລະ ມາເກົ້າ ເນັ້ນໜັກວ່າ ໄລຍະມໍ່ໆມານີ້ ການພົວພັນລະຫວ່າງຫວຽດນາມ - ຈີນ ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ບັນລຸໄດ້ຜົນງານສໍາຄັນຫຼາຍຢ່າງ. ທ່ານ ເຈີ່ນແທງຮວນ ກໍຕີລາຄາສູງການປະກອບສ່ວນຂອງປະຊາຄົມຊາວຫວຽດນາມ ຢູ່ ມາເກົ້າໃນພາລະກິດສ້າງສາປະເທດຫວຽດນາມ ນັບມື້ນັບຈະເລີນຮຸ່ງເຮືອງ ແລະ ພັດທະນາ.

        ຢູ່ປະເທດ ມາເລເຊຍ, ວັນທີ 2 ກັນຍາ, ທີ່ນະຄອນ Kuala Lumpur ຂອງ ມາເລເຊຍ ໄດ້ດໍາເນີນ “ງານແຂ່ງຂັນກິລາຕີດອກປີກໄກ່ປະຊາຄົມເປີດກວ້າງຄັ້ງທີ 1 ປີ 2018” ດ້ວຍການເຂົ້າຮ່ວມຂອງພໍ່ແມ່ປະຊາຊົນຊາວຫວຽດນາມຢູ່ ມາເລເຊຍ ເປັນຈໍານວນຫຼວງຫຼາຍ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວ ໂດຍສະຖານທູດຫວຽດນາມ ສົມທົບກັບຄະນະຕິດຕໍ່ພົວພັນປະຊາຄົມຫວຽດນາມ ຢູ່ມາເລເຊຍ ຈັດຕັ້ງຂຶ້ນ, ເພື່ອແນໃສ່ສະເຫຼີມສະຫຼອງ 73 ປີ ແຫ່່ງວັນຊາດ ຂອງສາທາລະນະລັດສັງຄົມນິຍົມຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ