ປະຊາຄົມຊາວຫວຽດນາມອາໄສຢູ່ອົດສຕາລີຮ່ວມແຮງຮ່ວມໃຈເພື່ອຮ່ວາງຊາ,ເຈື່ອງຊາທີ່ຮັກແພງ

ປະຊາຄົມຊາວຫວຽດນາມອາໄສຢູ່ອົດສຕາລີຮ່ວມແຮງຮ່ວມໃຈເພື່ອຮ່ວາງຊາ,ເຈື່ອງຊາທີ່ຮັກແພງ - ảnh 1
ປະຊາ​ຄົມ​ຊາວຫວຽດນາມ ອາ​ໄສ​ຢູ່​ອົດສຕາ​ລີ ​
ໄດ້​ແຜ່ບໍລິຈາກ​ເງິນ​ໄດ້​ເກືອບ 18.000 USD
(ພາບ: TTXVN)


(vovworld) – ​ໂດຍ​ສື​ບຕໍ່​ບັ້ນ​ຂົນຂວາຍ​ສະໜັບສະໜູນ​ນັກຮຽນ​ທຸກ​ຍາກ​ແຕ່​ສາມາດຜ່ານ​ຜ່າ​ຄວາມຫຍຸ້ງຍາກ ​ເຊິ່ງ​ແມ່ນ​ລູກ, ຫຼານ​ຂອງ​ບັນດາ​ພະນັກງານ, ນັກຮົບ ​ແລະ ຊາວ​ປະມົງ​ຫວຽດນາມ ​ທີ່​ພວມ​ປົກ​ປັກ​ຮັກສາ​ອະທິ​ປະ​ໄຕ​ທີ່​ສັກກະ​ລະບູຊາ​ຂອງ​ປະ​ເທດ​ຊາດ​ນັບ​ທັງ​​ເວັນ ​ແລະ ຄືນ, ປະຊາ​ຄົມ​ຊາວຫວຽດນາມ ອາ​ໄສ​ຢູ່​ອົດສຕາ​ລີ ​ໄດ້​ແຜ່ບໍລິຈາກ​ເງິນ​ໄດ້​ເກືອບ 18.000 USD ຜ່ານ​ການ​ຂົນຂວາຍ​ຢູ່ Melbourne, Canberra, Sydney ​ແລະ Brisbane, ​​ແຕ່​ວັນ​ທີ 23/09 – 05/10. ​ບັນດາ​ບັ້ນ​ຂົນຂວາ​ຍ​ແຜ່ບໍລິຈາກ ລ້ວນ​ແຕ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ສະໜັບສະໜູນ​ຢ່າງ​ຕັ້ງໜ້າ​ຂອງ​ພໍ່​​ແມ່​ປະຊາຊົນ​, ນັກທຸລະກິດ, ນັກ​ສຶກສາ, ບັນດາ​ອົງການ​ຕາງ​ໜ້າ​ຫວຽດນາມ ຢູ່​ອົດສຕາ​ລີ… ບັນດາ​ຜູ້​ເຂົ້າ​ຮ່ວມ​ການ​​ແຜ່ບໍລິຈາກ​ໄດ້​ຢືນຢັນ​ວ່າ, ພ້ອມ​ແລ​້ວທີ່​ຈະ​ຕອບ​ສະໜອງ​ບັນດາ​ການ​ເຄື່ອນ​ໄຫ​ວທີ່​ມີ​ຄວາມ​ໝາຍ ​ແລະ ​ແທດ​ຈິງ​ເພື່ອ​​ອວາຍ​ໜ້າ​ເມືອ​ຫາສູ່ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ