ປະຊາຄົມຊາວຫວຽດນາມອາໄສຢູ່ເຊັກໂກຊົມເຊີຍວັນບຸນວິສາຂະບູຊາ

ປະຊາຄົມຊາວຫວຽດນາມອາໄສຢູ່ເຊັກໂກຊົມເຊີຍວັນບຸນວິສາຂະບູຊາ - ảnh 1
ພະ​ອາຈານ​ ທິກຈິ໋​ເຈີ​ນ, ​ເຈົ້າ​ອາວາດ​ວັດແຄ໋ງອານ ນະຄອ​ນໂຮ່ຈິ​ມິນ
(ພາບ: vietnamplus.vn)


​(vovworld) - ຕອນ​ບ່າຍ​ວັນ​ທີ 07/06, ຢູ່​ນະຄອນຫຼວງ Praha, ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ ປະຈຳ​ສ.​ເຊັກ​ໂກ ​ໄດ້​ຈັດ​ວັນ​ບຸນວິສາຂະ​ບູ​ຊາ ພາວະນາ​ຂໍ້​ໃຊ້​ປະ​ເທດ​ຊາດ ​ແລະ ປະຊາຊົນ​ມີ​ຄວາມ​ສະຫງົບ​ສຸກ. ​ເຂົ້າ​ຮ່ວມ​ພິທີ​ມີ​ຜູ້ຕາງໜ້າ​ສະຖານທູດ​ຫວຽດນາມ ປະຈຳ​ເຊັກ​ໂກ, ສະມາຄົມ​ຊາວ​ຫວຽດນາມ, ບັນດາ​ອົງການ​ມະຫາຊົນ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ເຊັກ​ໂກ ​ແລະ ພຸດທະສາສະນິກກະ​ຊົນ 300 ຄົນທີ່​ມາ​ຈາກ​ບັນດາ​ແຂວງ, ນະຄອນ​ຂອງ​ສ.​ເຊັກ​ໂກ. ພະ​ອາຈານ​ ທິກຈິ໋​ເຈີ​ນ, ​ເຈົ້າ​ອາວາດ​ວັດ ​ແຄ໋ງອານ ນະຄອ​ນໂຮ່ຈິ​ມິນ, ​​ເປັນ​ປະທານ​ພິທີງານ​ບຸນວິສາຂະ​ບູຊາ ​ໄດ້​ເນັ້ນ​ໜັກ​ວ່າ, ​ໃນ​ສະພາບ​ສັນຕິພາບ​ໃນ​​ໂລກ​ພວມ​ຖືກ​ນາບ​ຂູ່ ຍ້ອນ​ບັນດາ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງອາວຸດ, ​​ໄພ​ກໍ່​ການ​ຮ້າຍ​ມີ​ໄພ​​ແຜ່ລາມ​ອອກ​ສູ່​ທົ່ວ​​ໂລກ, ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ມີ​ການ​ຜັນ​ແປ່​ຢ່າງ​ສັບສົນ​ນັ້ນ, ພຸດທະສາສະນິກກະ​ຊົນ ກໍ່​ຄື​ຊາວ​ຫວຽດນາມ ອາ​ໄສ​ຢູ່​ສ.​ເຊັກ​ໂກ ທຸກ​ຄົນ ລ້ວນ​ແຕ່​ອ່ວາຍ​ເມືອ​ຫາ​ເທດ​ຊາດ ​ແລະ ພາວະນາ​ຂໍ້​ໃຫ​​້ມີ​ຄວາມ​ສັນຕິ​ພາບ​ປະ​ເທດ​ຫວຽດນາມ ປະ​ເທດ​ຕ່າງໆໃນ​ທົ່ວ​ໂລກ.

ຂ່າວ/ບົດ​ອື່ນ