ປະຊາຄົມສາກົນກ່າວປະນາມຢ່າງຮຸນແຮງຕໍ່ເຫດການກໍ່ການຮ້າຍຢູ່ອາບການິດສະຖານ

ປະຊາຄົມສາກົນກ່າວປະນາມຢ່າງຮຸນແຮງຕໍ່ເຫດການກໍ່ການຮ້າຍຢູ່ອາບການິດສະຖານ - ảnh 1
ປະຊາຄົມສາກົນກ່າວປະນາມຢ່າງຮຸນແຮງ
ຕໍ່ເຫດການກໍ່ການຮ້າຍຢູ່ອາບການິດສະຖານ
(ພາບ: Reuters/TTXVN)

(vovworld) - ວັນ​ທີິ 19/04, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາບ​ກາ​ນິດ​ສະ​ຖານ Ashraf Ghani, ເຈົ້າ​ໜ້າ​ທີ່​ບໍ​ລິ​ຫານ​ຂັ້ນ​ສູງ​ອາບ​ກາ​ນິດ​ສະ​ຖານ (ຕຳ​ແໜ່ງ​ເທົ່າ​ທຽມ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ) ທ່ານ Abdullah Abdullah, ແລະ ທ່ານ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ Hamid Karzai, ໄດ້​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່ເຫດ​ວາງ​ລະ​ເບີດ​ສະ​ຫຼະ​ຊ​ີບ ແລະ ການ​​ຍິງ​ປະ​ທະ​ກັນ​ທີ່​ເກີດ​ຂຶ້ນ​ກ່ອນນັ້ນ​ໜຶ່ງວັນ ຢູ່​ນະ​ຄອນ​ຫຼວງ Kabul ເຊິ່ງ​ເຮັດ​ໃຫ​້​ຢ່າງ​ໜ້ອຍ​ສຸດ 30 ຄົນ​ເສ​ຍ​ຊີ​ວິດ ແລະ ກວ່າ 320 ຄົນໄດ້ຮັບ​ບາດ​ເຈັບ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Ashraf Ghani ແລະ ທ່ານອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ Hamid Karzai ລ້ວ​ນ​ແຕ່​ຖື​ວ່ານີ້​ແມ່ນ​ການ​ກະ​ທຳ​ກໍ່​ການ​ຮ້າຍ.

        ແລະ​ກໍ​ໃນ​ວັນ​ດຽວ​ກັນ, ກ່າວ​ຄຳ​ເຫັນ​​ຕໍ່​ວົງ​ການ​ນັກ​​ຂ່າວ ​ໃນ​ຂະ​ນະ​ທີ່​ພວມ​ຢ້ຽມ​ຢາມ La Hay, ປະ​ເທດ​ໂຮນ​ລັງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ Ban Ki Monn ໄດ້​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ການ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ ແລະ ສົ່ງ​ຄຳ​ແບ່ງ​ເ​ບົາ​ຄວາມ​ເສົ້າ​ສະ​ລົດ​ໃຈ​ຢ່າງ​ເລິກ​ເຊິ່ງ​ມາ​ຍັງ​ບັນ​ດາ​ຄອບ​ຄົວ​ຜູ້​ຖືກ​ເຄາະ​ຮ້າຍ. ໃນ​ຂະ​ນະ​ນັ້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກິດ​ສະ​ຖານ Nawaz Sharif ສະ​ເໜີ​ສົມ​ທົບ​ກັບ​ອາບ​ກາ​ນິດ​ສະ​ຖານ ເພື່ອ​ຮັບ​ມື​ກັບ​ໄພ​ນາບ​ຂູ່​ກໍ່​ການ​ຮ້າຍ​. ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕ​ີ​ອິ​ນ​ເດຍ Narendra Modi, ສະ​ຖານ​ທູດ​ອາ​ເມ​ລິ​ກາ​ປະ​ຈຳ ອາບ​ກາ​ນິດ​ສະ​ຖານ,  ຄະ​ນະ​ປະ​ຕິ​ບັດ​ງານ​ໜູນ​ຊ່ວຍ​ສະ​ຫະ​ປະ​ຊາ​ຊາດ​ປະ​ຈຳ ອາບ​ກາ​ນິດ​ສ​ະ​ຖານ ກໍ​ອອກ​ຖະ​ແຫຼງ​ການ​ກ່າວ​ປະ​ນາມ​ເຫດ​ການກໍ່​ການ​ຮ້າຍ​ດັ່ງ​ກ່າວ.

ຂ່າວ/ບົດ​ອື່ນ