ປະຊາຄົມສາກົນຊົມເຊີຍຄຳສັ່ງຢຸດຍິງຂອງລັດເຊຍຢູ່Aleppoຊີຣີ

ປະຊາຄົມສາກົນຊົມເຊີຍຄຳສັ່ງຢຸດຍິງຂອງລັດເຊຍຢູ່Aleppoຊີຣີ - ảnh 1
(ພາບປະກອບ)

(vovworld) – ​ ວັນ​ທີ 17/10 ຜູ້​ຕາງ​ໜ້າ​ຂັ້ນ​ສູງຮັບຜິດຊອບ​ນະ​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ພົວພັນ​ຕ່າງປະ​ເທດ​ຂອງ​ສະຫະພາບ ​ເອີ​ລົບ (ອີ​ຢູ) ທ່ານນາງ Federica Mogherini ຖື​ວ່າ: ​ເລື່ອງ ລັດ​ເຊຍ ປະກາດຄຳ​ສັ່ງ​ຢຸດ​ຍິງ​ທີ່​ແກ່ຍາວ​ເປັນ​ເວລາ 8 ​ຊົ່ວໂມງ​ຢູ່​ນະຄອນ Aleppo ຂອງ ຊີຣີ ​ແມ່ນຄວາມ​ຕັ້ງໜ້າ, ​ແຕ່​ອາດ​ຈະບໍ່​ພຽງພໍ ​ເພື່ອ​ຂົນ​ສົ່ງ​ສິນຄ້າ​ກູ້​ຊ່ວຍ​​ເຖິງນະຄອນ​ນີ້​ໄດ້. ​ເຖິງ​ຢ່າງ​ໃດ​ກໍ່ຕາມ​ ຕາມການ​ຕີ​ລາຄາ​ໃໝ່​ສຸດຂອງ​ບັນດາ​ອົງການ​ກູ້​ຊ່ວຍ, ທ່ານ​ນາງ Federica Mogherini ​​ກໍ່ໃສ່​ໃຈວ່າ ຕ້ອງ​ການ​ມີ​ເວລາ 12 ​ຊົ່ວ​ໂມງ ​ເພື່ອ​ຂົນ​ສົ່ງ​ສິນຄ້າ​ກູ້​ຊ່ວຍ​ມະນຸດສະທຳ​​​​ເຖິງ​ນະຄອນ Aleppo.  ດັ່ງ​ນັ້ນ, ບັນດາ​ຝ່າຍ​ຄວນ​ມານະ​ພະຍາຍາມ ​​ຊອກ​ຫາ​ທັດສະນະ​ລວມ. ​​ແລະ​ໃນ​ວັນ​ດຽວ​ກັນ, ສະຫະ​ປະຊາ​ຊາດ​ຊົມ​ເຊີຍ​ຄຳ​ສັ່ງ​ຢຸດ​ຍິງ ​ໂດຍ ລັດ​ເຊຍ​ ຫາ​ກໍ່​ປະກາດ ​ເມື່ອ​ເອີ້ນ​ວ່ານີ້​ແມ່ນການ​ຢຸດຕິການ​ປະ​ທະ​ກັນທີ່​ຈຳ​ເປັນສຳລັບ​ສາມັນ​ຊົນ ຊີຣີ ​ແລະ ກໍ່​ຕີ​ລາ​ຄາ​ວ່າ ​ໄລຍະ​ເວລາ​ນີ້ ບໍ່​ພໍດີ ​ເພື່ອ​ຜັນ​ຂະຫຍາຍ​ວຽກ​ງານ​ແຈກ​ຢາຍ​​ກູ້​ຊ່ວຍ​ເຫຼືອ.

 

ຂ່າວ/ບົດ​ອື່ນ