ປະຊາຄົມສາກົນຮຽກຮ້ອງມີມາດຕະການແກ້ໄຂດ້ານການເມືອງໃຫ້ແກ່ວິກິດການຢູ່ລີບີ

(VOVWORLD) -ວັນທີ 06 ເມສາ, ທ່ານ Fayez al Sarraji, ນາຍົກລັດຖະມົນຕີສາແຫ່ງລັດຖະບານມັກຄີແຫ່ງຊາດລີບີ (GNA) ເຊິ່ງສະຫະປະຊາຊາດສະໜັບສະໜູນ, ໄດ້ກ່າວປະນາມນາຍພົນ Khalifa Haftar “ທໍລະຍົດ” ດ້ວຍວິທີປຸກລະດົມການປຸກໂຈມຕີແນໃສ່ນະຄອນຫຼວງ Tripoli

ພ້ອມນັ້ນ, ທ່ານ Sarraji ໃຫ້ຮູ້ວ່າ ຈະໂຕ້ຕອບດ້ວຍ “ທຸກຄວາມມານະພະຍາຍາມ”. ໃນບົດກ່າວປາໄສທາງໂທລະພາບ, ທ່ານ Sarraji ຖະແຫຼງວ່າ, ອຳນາດການປົກຄອງຂອງທ່ານພວມມານະພະຍາຍາມກະທຳເພື່ອສັນຕິພາບ, ພ້ອມທັງຢືນຢັນຄືນໃໝ່ວ່າ ກຳລັງຂອງ GNA ຈະເພີ່ມທະວີ “ກຳລັງແຮງ ແລະ ຄວາມຕັດສິນໃຈ” ພາຍຫຼັງກຳລັງຂອງນາຍພົນ Haftar ທຳການເກາະຜິດ ແລະ ຖະແຫຼງຢຶດເອົາສິດຄວບຄຸມບາງນະຄອນ ແລະ ນະຄອນຫຼວງ Tripoli.

        ແລະກໍ່ໃນວັນດຽວກັນ, ທ່ານ Hichem Fourati, ລັດຖະມົນຕີກະຊວງພາຍໃນ Tunisia ໃຫ້ຮູ້ວ່າ, Tunisia ພວມຕິດຕາມສະພາບການຢູ່ລີບີ ຢ່າງໃກ້ຊິດ ແລະ ໄດ້ປະຕິບັດບັນດາມາດຕະການປ້ອງກັນຄວາມສະຫງົບ ແລະ ການທະຫານພິເສດຢູ່ເຂດຊາຍແດນທາງທິດຕາເວັນອອກ ແລະ ທາງທິດຕາເວັນຕົກ ຂອງປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ