ປະຊາຄົມສາກົນໃຫ້ຄຳໝັ້ນສັນຍາໜູນຊ່ວຍຫວຽດນາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ປະຊາຄົມສາກົນໃຫ້ຄຳໝັ້ນສັນຍາໜູນຊ່ວຍຫວຽດນາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ
(ພາບ: AFP/TTXVN)

(vovworld) - ​ໃນ​ຂອບ​ເຂດ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທີ 21 ບັນດາ​ຝ່າຍ​ເຂົ້າ​ຮ່ວມຮ່າງ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດກ່ຽວ ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ (COP 21) ນັ້ນ, ຕອນ​ຄຳ່​ວັນ​ທີ 30/11 (ຕາມ​ເວລາ​ຫວຽດນາມ), ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ພ້ອມ​ກັບ​ທ່ານ​ນາຍົກລັດຖະມົນຕີຮອນລັງ Mark Rutte  ​ແລະ ທ່ານ​ຮອງປະທານ​ທະນາຄານ​ໂລກ Laura Tusk, ​ໄດ້​ເປັນ​ປະທານ​ຮ່ວມ​ວາລະ​ເຈລະຈາ​ຂັ້ນ​ສູງ “ຫວຽດນາມ​ຮ່ວມ​ແຮງ​ພ້ອມ​ກັບ​ບັນດາ​ຄູ່​ຮ່ວມ​ມື​ສາກົນ​ຮັບ​ມືກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດຢູ່​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ“. ກ່າວ​ຄວາມ​ເຫັນ​ຢູ່​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຊີ້​ແຈ້ງວ່າ:

        “​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ບັນດາ​ຄູ່​ຮ່ວມ​ມື​ທີ່​ກ່ຽວຂ້ອງ, ພິ​ເສດ​ແມ່ນ​ຄະນະ​ກຳມາ​ທິການ​ແມ່​ນຳ້ຂອງ​ສາກົນ, ​ເພື່ອ​ຂຸດ​ຄົ້ນ ​ແລະ ນຳ​ໃຊ້​ແຫຼ່ງຊັບພະຍາກອນ​ນຢ່າງ​ໝັ້ນຄົງໃຫ້​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ​. ສະ​ແຫວ​ງຫາ​ການ​ຮ່ວມ​ມື, ການໜູນ​ຊ່ວຍ​ຈາກບັນດາ​ປະ​ເທດ, ອົງການຈັດຕັ້ງ​ສາກົນ​ທີ່​ສະຫງວນ​ໃຫ້​ຫວຽດນາມ​ເວົ້າ​ລວມ ​ແລະ ພາກ​ພື້ນ​ແມ່​ນຳ້ຂອງ​ເວົ້າ​ສະ​ເພາະ​ໃນ​ ການ​ເຄື່ອນ​ໄຫວ​ຮັບ​ມື​ກັບ​ການ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ລັດຖະບານ​ຫວຽດນາມ ​ຍາມ​ໃດ​ກໍ່​ເຄົາລົບ ​ແລະ ຄຸ້ມ​ຄອງ, ນຳ​ໃຊ້​ແຫຼ່ງອຸປະຖຳ​ສາກົນ​ຢ່າງ​ມີ​ປະສິດທິ​ຜົນ. ​ໃນ​ການ​ເຈລະຈາ​ມື້​ນີ້, ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ​ຈະ​ໄດ້​ຮັບ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ມາດ​ຕະການ, ວິທີ​ການ​ຮ່ວມ​ມື​ເພື່ອ​ແນ​ໃສ່​ຍົກ​ສູງ​ປະສິດທິ​ຜົນ​​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ການພັດທະນາ​ແບບ​ຍືນ​ຍົງ​ໃຫ້​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ“.

        ສ່ວນທ່ານ​ຮອງປະທານ​ທະນາຄານ​ໂລກ Laura Tusk, ​ເນັ້ນ​ໜັກ​ວ່າ, ລັດຖະບານ​ຫວຽດນາມ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນຍາ​ກໍ່​ຄື​ຄວາມ​ຕັດສິນ​ໃຈ​ຂອງ​ຕົນ​ໃນ​ກາ​ນວາງ​ບັນດາ​ມາດ​ຕະການ​ທີ່​ມີ​ປະສິທິຜົນ ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ສິ້ນ​ສຸດ​ວາລະ​ເຈລະຈາ, ບັນດາ​ຝ່າຍ ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ລະຫວ່າງ​ຫວຽດນາມ, ຮອນ​ລັງ ​ແລະ ທະນາຄານ​ໂລກ ກ່ຽວ​ກັບ​ການ​ສະໜັບສະໜູນ ​ແລະ ຮຽກຮ້ອງ​ປະຊາ​ຄົມ​ສາກົນ ຮ່ວມ​ແຮງ​ຮ່ວມ​ໃຈ​ໜູນ​ຊ່ວຍ​ຫວຽດນາມ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢູ່​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ.

ຂ່າວ/ບົດ​ອື່ນ