ປະຊາຄົມໂລກສືບຕໍ່ຕີລາຄາຢ່າງຕັ້ງໜ້າຂໍ້ຕົກລົງນິວເຄຼຍຂອງອີຣານ

ປະຊາຄົມໂລກສືບຕໍ່ຕີລາຄາຢ່າງຕັ້ງໜ້າຂໍ້ຕົກລົງນິວເຄຼຍຂອງອີຣານ - ảnh 1
ບັນດາຫົວໜ້າຄະນະເຈລະຈານິວເຄຼຍອີຣານຖ່າຍຮູບລວມທີ່ສຳນັກ
ງານສະຫະປະຊາຊາດຢູ່ວຽນ, ປະເທດໂອຕະຣິດ ໃນວັນທີ 14-7
(ພາບ:AFP)

(vovworld)- ປະຊາ​ຄົມ​​ໂລກສືບ​ຕໍ່​ມີ​ບັນດາ​ການ​ຕີ​ລາຄາ​ຢ່າງ​ຕັ້ງໜ້າ ກ່ຽວ​ກັບ​ຂໍ້​ຕົກລົງ​ນິວ​ເຄຼຍປະຫວັດສາດ​ລະຫວ່າງ​ກຸ່ມ P5+1 (​ເຊິ່ງລວມມີ 5 ປະ​ເທດ ຄະນະກຳມະການປະຈຳສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ແມ່ນ ອາ​ເມ​ລິ​ກາ, ອັງກິດ, ຝຣັ່ງ, ລັດ​ເຊຍ, ຈີນ ​ແລະ ​ເຢຍລະ​ມັນ) ​ແລະ ອີຣານ. ວັນ​ທີ 14/7, ທ່ານ​ນາຍົກລັດຖະມົນຕີ​ເຢຍລະ​ມັນ Angela Merkel ​​ຊົມ​ເຊີຍ​ໝາກຜົນການ​ເຈລະຈາ​ຢູ່​ວຽນ (ປະ​ເທດ​​​ໂອຕະຣິດ) ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ອີຣານ. ທ່ານນາງ​ນາຍົກລັດຖະມົນຕີ​ເຢຍລະ​ມັນ Angela Merkel ຖື​ວ່າ: ໝາກຜົນ​ນີ້​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່ສະພາບ​ຄວາມ​ໝັ້ນຄົງ​ໃນ​ທົ່ວ​ພາກ​ພື້ນກໍ​ຄືນ​ອກພາກ​ພື້ນ.

      ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ເລຂາທິການ​ໃຫຍ່​ອົງ​ການ​ NATO Jens Stoltenberg ​ ​ຊົມ​ເຊີຍຂໍ້​ຕົກລົງ​ທີ່​ຫາ​ກໍ່​ບັນລຸ​ໄດ້. ​ເມື່ອ​ເອກະສານ​ສະບັບນີ້​​ໄດ້​ຮັບ​ການ​ຜັນຂະຫຍາຍ​ຢ່າງຄົບ​ຖ້ວນ ຈະ​ຊ່ວຍ​ປັບປຸງ​ຄວາມໝັ້ນຄົງ​ທົ່ວ​ໂລກ. ​ ກະຊວງ​ການ​ຕ່າງປະ​ເທດ​ອັງກິດ ກໍ​ປະກາດ​ວ່າ: ທ່ານລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດອັງກິດ Philip Hammond ຊົມ​ເຊີຍ​ເລື່ອງ​ບັນລຸ​ໄດ້​ຂໍ້​ຕົກລົງ​ດັ່ງກ່າວ. ​ໃນ​ຂະນະ​ນັ້ນ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງກ່ານ​ຕ່າງປະ​ເທດ​ລັດ​ເຊຍ Sergei Lavrov ຖື​ວ່າ: ຂໍ້​ຕົກລົງ​ນິວ​ເຄຼຍກັບ​ອີຣານ ຈະ​ເປີດ​ທາງ​ໃຫ້​​ສຳພັນ​ທະມິ​ດ “ກ້ວາງ​​ໃຫຍ່” ​ເພື່ອ​ຕໍ່​ສູ້​ຕ້ານ​ອົງການ “ລັດ​ອິດສະ​ລາມ” (IS) ອ້າງ​ຊື່​ເອງ ​ແລະ ບັນດາ​ກຸ່ມ​ກໍ່​ການ​ຮ້າຍ.

ຂ່າວ/ບົດ​ອື່ນ