ປະຊາຊົນ ສ. ເກົາຫຼີ ນັບແສນຄົນຮຽກຮ້ອງໃຫ້ທ່ານນາງ Park Guen Hye ລາອອກຈາກຕຳແໜ່ງໃນທັນທີ

ປະຊາຊົນ ສ. ເກົາຫຼີ ນັບແສນຄົນຮຽກຮ້ອງໃຫ້ທ່ານນາງ Park Guen Hye ລາອອກຈາກຕຳແໜ່ງໃນທັນທີ - ảnh 1
ທ່ານ​ນາງ Park Geun Hye
(ພາບ: AP/TTXVN)

(vovworld) – ​ ​​​​ພາຍຫຼັງ​ສະ​ພາ​ແຫ່ງ​ຊາດ ສ. ເກົາຫຼີ ປ່ອນ​ບັດ​ຮັບ​ຮອງ​ເອົາ​ເລື່ອງ​​ພິ​ຈາ​ລະ​ນາໂທດ​ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ Park Geun Hye ພຽງ​ໜຶ່ງວັນ, ວັນ​ທີ 10/12, ປະ​ຊາ​ຊົນ ສ. ເກົາຫຼີ ນັບ​ແສນ​ຄົນ​ໄດ້​ເຕົ້າ​ໂຮມ​ຢູ່​ນະ​ຄອນຫຼ​ວງ ເຊີ​ອູນ ເພື່ອ​ຮຽກ​ຮ້ອງ​ໃຫ້​ທ່ານ​ນາງ Park Geun Hye ລາ​ອອກ​ຈາກ​ຕຳ​ແໜ່ງ​ໃນ​ທັນ​ທີ. ບັນ​ດາ​ຜູ້​ຈັດ​ຕັ້ງ​ຄາດ​ຄະ​ເນ​ວ່າ ມີ​ປະ​ມານ 500.000 ຄົນ​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວ​ນ​ປະ​ທ້ວງ. ນີ້​ແມ່ນ​ການ​ແຫ່​ຂະ​ບວນ​ປະ​ທ້ວງ​ຄັ້ງ​ທີ 7 ໃນຫຼາຍ​ສັບ​ປະ​ດາ​ທີ່​ຜ່ານ​ມາ. ໂດຍ​ຕ່າງ​ກັນ​ກັບ​ເຫດ​ການ​ກ່ອນນັ້ນ, ການ​ແຫ່​ຂະ​ບວນ​ປະ​ທ້ວງຫຼ້າ​ສຸດນີ້​ມີ​ລັກ​ສະ​ນະ​ຊົມ​ເຊີຍ​ຂໍ້​ຕົກ​ລົງ​ຂອງ​ສະ​ພາ​ແຫ່ງ​ຊາດ ສະ​ໜັບ​ສະ​ໜູນ​ຄຳ​​ສະ​ເໜີ​ພິ​ຈາ​ລະ​ນາໂທດ​ທ່ານ​ນາງ Park Geun Hye. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ມີ​ກຸ່ມ​ຄົນ​ໜຶ່ງ​ສະ​ໜັບ​ສະ​ໜູນ​ທ່ານ​ນາງ Park, ໃນ​ນັ້ນ​ສ່ວນຫຼາຍ​ແມ່ນ​ບັນ​ດາ​ຜູ້​ມີ​ອາ​ຍຸ​ກ່​ວາ 60 ປີ, ກໍ່​ໄດ້​ເຕົ້າ​ໂຮມຢ​ູ່​ໃກ້​ກັບ​ຫ້ອງວ່າ​ການ​ປະ​ທາ​ນາ​ທິ​ບໍ​ດີ ເພື່ອ​ຄັດ​ຄ້ານ​​ຂໍ້​ຕົກ​ລົງ​ພິ​ຈາ​ລະ​ນາໂທດ​ທ່ານ​ນາງ Park.


ຂ່າວ/ບົດ​ອື່ນ