ປະ​ຊາ​ຊົນ​ຊາວ​ຄຼິດ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ

(VOVWORLD) -  ວັນທີ 24 ທັນວາ, ຄະນະປະຕິບັດງານຂອງ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດຍທ່ານເຈິ່ນແທັງເໝິນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ນຳໜ້າໄດ້ໄປຢ້ຽມຢາມ, ອວຍພອນວັນບຸນຄຼິດສະມາດ 2020 ຢູ່ສຳນັກ ສັງຄະລາດ ຟາດຢ້ຽມ, ເມືອງ ກິມເຊີນ, ແຂວງນິງບິ່ງ.

ປະ​ຊາ​ຊົນ​ຊາວ​ຄຼິດ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ - ảnh 1ທ່ານປະທານເຈິ່ນແທັງເໝິນ ຖ່າຍຮູບກັບສຳນັກ ສັງຄະລາດ ຟາດຢ້ຽມ, ເມືອງ ກິມເຊີນ, ແຂວງນິງບິ່ງ (ພາບ: mattran.org.vn)

ໃນໄລຍະຈະມາເຖິງ, ທ່ານ ເຈິ່ນແທັງເໝິນ ໃຫ້ຮູ້ວ່າ ໃນສະພາບ ພະຍາດໂຄວິດ - 19 ຍັງຄຸກຄາມ, ໄພທຳມະຊາດໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງ. ຫວຽດນາມຍັງບັນລຸໄດ້ຜົນສຳເລັດຫຼາຍຢ່າງໃນການພັດທະນາເສດຖະກິດ - ສັງຄົມ; ຮັບປະກັນຊີວິດສັງຄົມ… ເພື່ອບັນລຸຜົນສຳເລັດດັ່ງກ່າວນີ້ລ້ວນແຕ່ມີການປະກອບສ່ວນຂອງປະຊາຊົນຊາວຄຼິດ, ໃນນັ້ນມີ ເຂດຊາວຄຼິດ ຟາດຢ້ຽມ. ປະຊາຊົນຊາວຄຼິດ ໄດ້ຕັ້ງໜ້າເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ເຊັ່ນວ່າ: ໄດ້ປະຕິບັດວຽກງານການກຸສົນ, ມະນຸດສະທຳ, ການເບິ່ງແຍດູແລເດັກນ້ອຍບໍ່ມີບ່ອນເພິ່ງພາອາໄສ ເປັນຢ່າງດີສຸດ…

ຕອບກັບ

ຂ່າວ/ບົດ​ອື່ນ