ປະຊາຊົນທຸກຊັ້ນວັນນະຢູ່ ດ່ານັ້ງ ມີຄວາມຕັ້ງຫວັງຕໍ່ບັນດານະໂຍບາຍຊີ້ຂາດຍຸດທະສາດຂອງພັກ

(VOVWORLD) - ກ່ອນການຈັດກອງປະຊຸມ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນວັນນະຢູ່ນະຄອນ ດ່ານັ້ງ ໄດ້ສະແດງຄວາມເຊື່ອໝັ້ນຢ່າງເລິກເຊິ່ງ, ພ້ອມກັນນັ້ນກໍ່ຕັ້ງຄວາມຫວັງຫຼາຍຢ່າງຕໍ່ບັນດາແຜນນນະໂຍບາຍ, ນະໂຍບາຍຊີ້ຂາດທີ່ຖືກຕ້ອງ, ທັນການ
ປະຊາຊົນທຸກຊັ້ນວັນນະຢູ່ ດ່ານັ້ງ ມີຄວາມຕັ້ງຫວັງຕໍ່ບັນດານະໂຍບາຍຊີ້ຂາດຍຸດທະສາດຂອງພັກ - ảnh 1(ພາບປະກອບ)

        ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ຈະໄຂຂຶ້ນໃນວັນທີ 20 ມັງກອນ 2026 ຢູ່ນະຄອນຫຼວງ ຮ່າໂນ້ຍ. ກ່ອນການຈັດກອງປະຊຸມ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນວັນນະຢູ່ນະຄອນ ດ່ານັ້ງ ໄດ້ສະແດງຄວາມເຊື່ອໝັ້ນຢ່າງເລິກເຊິ່ງ, ພ້ອມກັນນັ້ນກໍ່ຕັ້ງຄວາມຫວັງຫຼາຍຢ່າງຕໍ່ບັນດາແຜນນນະໂຍບາຍ, ນະໂຍບາຍຊີ້ຂາດທີ່ຖືກຕ້ອງ, ທັນການ, ມີວິໄສທັດຍຸດທະສາດ, ສ້າງກຳລັງໜູນຢ່າງແຮງໃຫ້ແກ່ພາລະກິດປ່ຽນແປງໃໝ່, ເຊື່ອມໂຍງ ແລະ ພັດທະນາແບບຍືນຍົງໃນສັງກາດໃໝ່.

        ທ່ານ ຟານວັນຈິງ, ອະດີດຫົວໜ້າພະແນກປັດຊະຍາ, ສະຖາບັນການເມືອງເຂດ 3, ຖືວ່າ.

        “ກອງປະຊຸມໃຫຍ່ຄັ້ງທີ 14 ຈະມາເຖິງ ແມ່ນກອງປະຊຸມໃຫຍ່ສຳຄັນທີ່ສຸດ ເພື່ອໃຫ້ພວກເຮົາຕີລາຄາຄືນການປະຕິບັດເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ແລະ ວາງອອກບັນດາທິດທາງ, ແຜນຜັງບັນດາແຜນນະໂຍບາຍ, ນະໂຍບາຍໃຫຍ່ໃຫ້ແກ່ ອາຍຸການ 2025 - 2030”.

        ໃນຂະນະນັ້ນ, ທ່ານ ຟ້າມວັນຕຽນ, ຢູ່ຕາແສງ ເກິມເລ້, ນະຄອນ ດ່ານັ້ງ, ຕັ້ງຄວາມຫວັງວ່າ:

        “ກ່ອນຈັດກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ, ພວກຂ້າພະເຈົ້າຍາມໃດກໍ່ມີຄວາມເຊື່ອໝັ້ນຕໍ່ການຊີ້ນຳ, ນຳພາຂອງພັກ. ພວກຂ້າພະເຈົ້າຫວັງວ່າ ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ ຈະກຳນົດວຽກງານກໍ່ສ້າງ, ປັບປຸງພັກ ແມ່ນໜ້າທີ່ຫຼັກແຫຼ່ງ. ປະຊາຊົນປາດຖະໜາວ່າ ຖັນແຖວພະນັກງານ, ໂດຍສະເພາະແມ່ນພະນັກງານຫຼັກແຫຼ່ງຕ້ອງສັດຊື່ບໍລິສຸດຢ່າງແທ້ຈິງ, ເວົ້າໄປພ້ອມກັບການກະທຳ, ຖືຜົນປະໂຫຍດສ່ວນລວມເໜືອກວ່າສິ່ງໃດໝົດ”.

ຕອບກັບ

ຂ່າວ/ບົດ​ອື່ນ