ປະຊາຊົນທ່ົວປະເທດ ສັ່ງລາທ່ານພົນເອກ ຫວໍ້ງວຽນຢາບ

ປະຊາຊົນທ່ົວປະເທດ ສັ່ງລາທ່ານພົນເອກ ຫວໍ້ງວຽນຢາບ - ảnh 1

ຜູ້ແທນເຂົ້າ​ຫໍ​ປະຊຸມ​ເອກະ​ພາບ-​ນະຄອນ​ໂຮ່ຈິ​ມິນ

(ພາບ: vov)

(vovworld)-​​​​ ພ້ອມ​ກັບພິທີ​ໄຫ້​ວອາ​ໄລ​ຢູ່​ຫໍ​ຈັດ​ພິທີ​ງານ​​ສົບ​ແຫ່ງ​ຊາດ-​ຮ່າ​ໂນ້ຍ, ພິທີ​ໄຫ້​ວອາ​ໄລທ່ານພົນ​ເອກຫວໍ້​ງວຽນ​ຢາ​ບ-ອະດີດ​ກຳມະການ​ກົມ​ການ​ເມືອງ, ອະດີດ​ເລຂາ​ຄະນະ​ພັກ​ການທະຫານ​ສູນ​ກາງ, ອະດີດ​ຮອງ​ນາຍົກລັດຖະມົນຕີຜູ້​ປະຈຳການ​ລັດຖະບານ, ອະດີດ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ຜູ້​ບັນຊາ​ການ​ສູງ​ສຸດ​ກອງທັບ ປຊຊ ຫວຽດນາມ, ສສຊ ​ແຕ່​ຊຸ​ດທີ 1 ຫາ​ຊຸດ​ທີ 7 ​ໄດ້​ຖືກ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ຢູ່​ຫໍ​ປະຊຸມ​ເອກະ​ພາບ-​ນະຄອນ​ໂຮ່ຈິ​ມິນ.

ປະຊາຊົນທ່ົວປະເທດ ສັ່ງລາທ່ານພົນເອກ ຫວໍ້ງວຽນຢາບ - ảnh 2

ບັນຍາກາດຢູ່​ຫໍ​ປະຊຸມ​ເອກະ​ພາບ-​ນະຄອນ​ໂຮ່ຈິ​ມິນ

(ພາບ: vov)

  ​​ໃນ​ຫໍ​ປະຊຸມ​ເອກະ​ພາບ-​ນະຄອນ​ໂຮ່ຈິ​ມິນ, ຄະນະ​ຕິດຕັ້ງໄດ້​ຈັດ​ໂທລະທັດ​ໃຫ່ຍຫຼາຍ​ໜ່ວຍ​ເພື່ອ​ໃຫ້ ປຊຊ ທຸກ​ຊັ້ນວັນນະ​ເປັນ​ຈຳນວນ​ຫຼາຍ​ສາມາດ​ຕິດຕາມ ພິທີ​ໄຫ້​ວອາ​ໄລທ່ານພົນ​ເອກຫວໍ້​ງວຽນ​ຢາ​ບ ​ໂດ​ຍກົງ. ອ້າຍ​ຫງວຽນ​ແມັງ​ເກ​ື່ອງ ຮອງ​ເລຂາ​ຄະນະ​ຊາວ​ໜຸ່ມ​ນະຄອນ​ໂຮ​ຈິ​ມິນ ​ເວົ້າດ້ວຍ​ຄວາມ​ຕື້ນ​ຕັນ​ໃຈ​ວ່າ:

  “​ໄວ​ໜຸ່ມ​ນະຄອນ​ໂຮ່ຈິ​ມິນ​ຍາມ​ໃດ​ກໍ່​ຈົດ​ຈຳ​ບັນດາ​ອາລົມ​ຈິດ​ຊື່​ງທ່ານ​ພົນ​ເອກ​​ໄດ້ສະຫງວນ​ໃຫ້​ຕົນ ​ແລະ ຂໍ​​ໃຫ້​ຄຳສັນຍາ​ກັບ​ທ່ານ​ພົນ​ເອກວ່າ​ຈະສືບ​ທອດເສັ້ນທາງ​ທີ່​ທ່ານ​ພົນ​ເອກ​ໄດ້​ກຳນົດ ​ແລະ ​ເລືອກ​ເຟັ້ນ. ​ໄວ​ໜຸ່ມ​ນະຄອນ​ຈະ​ຮ່ຳຮຽນ, ຝຶກ​ຝົນ​ຫຼໍ່​ຫຼອມ​ຄຸນສົມບັດ​ຂອງ​ຕົນຢ່າງ​ບໍ່​ຢຸດ​ຢັ້ງ, ສືບ​ຕໍ່​ອອກ​ແຮງ​ງານ, ຮ່ຳຮຽນ, ປະດິດສ້າງ. ປະຕິບັດໜ້າ​ທີ່​ຂອງ​ຕົນສຳ​ເລັດ ​ແລະ ນຳ​ໜ້າ​ໃນ​ທຸກໆ​ແນວ​ໂຮມ, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ“.
   ພ້ອມ​ກັບ​ທົ່ວ​ປະ​ເທດ, ຕອນ​ເຊົ້າ​ວັນ​ທີ 13 ຕຸລາ, ຢູ່​ທ້ອງ​ຖິ່ນ​ຕ່າງໆ​ເຂດ​ທົ່ງພຽງ​ແມ່ນ​້ຳຂອງ ​ໄດ້​ຈັດ​ພິທີ​ໄຫ​ວ້ອາ​ໄລ​ພົນ​ເອກ​ຫວໍ​ງວຽນ​ຢາ​ບ. ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຢູ່​ສຳນັກງານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ກວາງ​ບິ່ງ ​ໄດ້​ຈັດ​ພິທີ​ໄຫວ້​ອາ​ໄລ ພົນ​ເອກ​ຫວໍ​ງວຽນ​ຢາ​ບ ຢ່າງ​ສົມ​ກຽດ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ການ​ນຳ​ຄະນະ​ພັກ​ແຂວງ, ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ແຂວງ​ກວາງ​ບິ່ງ, ການ​ນຳ​ບັນດາ​ແຂວງ, ນະຄອນ, ບັນດາ​ນາຍ​ພົນທະຫານ, ກອງທັບ​ປະຊາຊົນ, ບັນດາ​ອົງການ​, ຄະນະ, ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ​ມະຫາຊົນ ຢູ່​ແຂວງ​ກວາງ​ບິ່ງ, ບັນດາ​ເພື່ອນ​ມິດ​ສະຫາຍ, ຜູ້ຕາງ​ໜ້າ​ຄອບຄົວ, ຍາດຕິ​ພີ່ນ້ອງ...

 


 

ຂ່າວ/ບົດ​ອື່ນ