ປະຊາຊົນທົ່ວປະເທດໄຫວ້ບູຊາເຈົ້າຊີວິດຮຸ່ງ

(VOVWORLD) -ພ້ອມກັບຈຸດເວລາຈັດພິທີໄຫ້ວບູຊາເຈົ້າຊີວິດຮຸ່ງ ຢູ່ເຂດປູຊະນີຍະສະຖານປະຫວັດສາດວິຫານຮຸ່ງ, ຢູ່ທ້ອງຖິ່ນຕ່າງໆທີ່ມີວິຫານເຈົ້າຊີວິດຮຸ່ງ ແລະ ບັນດານັກວັດທະນະທຳ, ນາຍທະຫານສະໄໝເຈົ້າຊີວິດຮຸ່ງ ໃນທົ່ວປະເທດ ກໍ່ພ້ອມກັນຈັດພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ຕາມຮີດຄອງປະເພນີ.

ປະຊາຊົນທົ່ວປະເທດໄຫວ້ບູຊາເຈົ້າຊີວິດຮຸ່ງ - ảnh 1 ເຂດປູຊະນີຍະສະຖານປະຫວັດສາດວິຫານຮຸ່ງ

(ພາບປະກອບ)

ຢູ່ແຂວງຢາລາຍ, ນັບແຕ່ຮຸ່ງເຊົ້າປະຊາຊົນໃນແຂວງເປັນຈຳນວນຫຼວງຫຼາຍໄດ້ເຕົ້າໂຮມກັນຢູ່ເຂດອະນຸສາວະລີບັນດາເຈົ້າຊີວິດຮຸ່ງ, ຢູ່ນະຄອນ Pleiku. ປະຊາຊົນທຸກຄົນພ້ອມກັນຖະຫວາຍທູບທຽນ, ດອກໄມ້, ອ່ວາຍໜ້າເມືອຫາກົກເຄົ້າເຫງົ້າກໍ, ສະແດງຄວາມເຄົາລົບຕໍ່ບັນດາເຈົ້າຊີວິດຮຸ່ງ ແລະ ບັນພະບຸລຸດທີ່ມີຄຸນງານຄວາມດີໃນການກໍ່ຕັ້ງປະເທດ. ເຂົ້າຮ່ວມພິທີຖະຫວາຍທູບທຽນ, ອາໄລຫາບັນດາເຈົ້າຊີວິດຮຸ່ງ, ທ່ານ ໂດ໊ຊວນຖູ, ຫົວໜ້າຄະນະຕິດຕໍ່ພົວພັນຊາວວິ້ງຝູ໊ກ, ຢູ່ຢາລາຍ, ໃຫ້ຮູ້ວ່າ.

        “ນັບແຕ່ປີ 1996, ວິຫານຮຸ່ງ ໄດ້ສ້າງຕັ້ງຢູ່ແຫ່ງນີ້, ແຕ່ລະປີພວກຂ້າພະເຈົ້າໄດ້ມາຖະຫວາຍທູບທຽນບັນດາເຈົ້າຊີວິດຮຸ່ງ. ພວກຂ້າພະເຈົ້າຖືເຂດດິນແດນຢາລາຍ ແມ່ນບ້ານເກີດເມືອງນອນແຫ່ງທີ່ 2 ແລະ ບໍ່ສາມາດຫຼົງລືມເຂດດິນແດນແຫ່ງບັນພະບຸລຸດໄດ້, ຕ້ອງສຶກສາໃຫ້ລູກຫຼານຂອງຕົນກ່ຽວກັບຕົ້ນກຳເນີດ, ຄິດຮອດຄິດເຖິງບ້ານເກີດເມືອງນອນ.”

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ຢູ່ເຂດອະນຸສາວະລີບັນດາເຈົ້າຊີວິດຮຸ່ງ, ເມືອງ 9, ນະຄອນໂຮ່ຈິມິນ ກໍ່ໄດ້ຈັດພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ເຊັ່ນດຽວກັນ.


ຕອບກັບ

ຂ່າວ/ບົດ​ອື່ນ