ປະຊາຊົນນັບໝື່ນຄົນມາ ໄຫວ້ອາໄລພົນເອກ ຫວໍງວຽນຢາບ ໃນໂອກາດຕົ້ນປີ

ປະຊາຊົນນັບໝື່ນຄົນມາ ໄຫວ້ອາໄລພົນເອກ ຫວໍງວຽນຢາບ ໃນໂອກາດຕົ້ນປີ - ảnh 1
(ປະຊາຊົນກວ່າ  6 ໝື່ນ​ຄົນ​ມາ​ໄຫວ້​ອາ​ໄລ ​ແລະ
ຖະຫວາຍ​ທູບ​ທຽນ​ຢູ່​ເຂດ​ສຸສານ​ພົນ​ເອກ ຫວໍ​ຫງວຽນ​ຢາ​ບ)


(vovworld) – ນັບ​ແຕ່​ວັນ​ທີ 1-8 ຂອງ​ບຸນປີ​ໃໝ່, ປີ​ມະ​ເມຍ, ​ໄດ້​ມີ​ 1ໝື່ນ​ກວ່າ​ຄະນະ,  ດ້ວຍ​ປະຊາຊົນກວ່າ  6 ໝື່ນ​ຄົນ​ມາ​ໄຫວ້​ອາ​ໄລ ​ແລະ ຖະຫວາຍ​ທູບ​ທຽນ​ຢູ່​ເຂດ​ສຸສານ​ພົນ​ເອກ ຫວໍ​ຫງວຽນ​ຢາ​ບ, ​ໃນ​ແຂວງ​ກວາງ​ບິ່ງ. ພັນ​ຕີ ຟານ​ແທງ​ບົງ, ຫົວໜ້າ​ປ້ອມ​ປ້ອງ​ກັນຊາ​ຍ​ແດນ ຣ່ອນ, ​ແຂວງ ກວາງ​ບິ່ງ, ​ໃຫ້​ຮູ້​ວ່າ:

ປ້ອມ​ປ້ອງ​ກັນຊາ​ຍ​ແດນ ຣ່ອນ ​ໄດ້​ວາງ​ແຜນການ​ປົກ​ປັກ​ຮັກສາ​ທົ່ວ​ເຂດ​ສຸສານ​ພົນ​ເອກ ​ແລະ ​ແນະນຳ​ໃຫ້​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ໃນ​ຊຸມ​ວັນ​ປີ​ໃໝ່​ປະຈຳ​ຊາດ. ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນຊາ​ຍ​ແດນ​ແຂວງ​ກວາງ​ບິ່ງ ​ໄດ້​ເພີ່ມ​ທະຫານໝູ່​ໜຶ່ງ​ມາ​ຊ່ວຍ​ປ້ອມ​ປ້ອງ​ກັນຊາ​ຍ​ແດນ ​ເພື່ອ​ປະຕິບັດ​ສຳ​ເລັດໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ​ແນະນຳ​ແຂກ​ທ່ອງ​ທ່ຽວ,ວາງ​ດອກ​ໄມ້, ຈູດ​ທູບ​ທຽນ​​ໄຫວ້​ອາ​ໄລ​ພົນ​ເອກ ຫວໍ​ງວຽນ​ຢາ​ບ .

ພົນ​ເອກ​ຫວໍ​ງວຽນ​ຢາ​ບ ​ໄດ້​ເຖິງ​ແກ່​ມໍລະນະ​ກຳ​ໃນ​ວັນ​ທີ 4/10/2013, ລວມອາຍຸ 103 ປີ, ທ່ານ​ແມ່ນ​ຜູ້​ທີ່​ມີ​ຄວາມ​ສຳຄັນ​ໃນ​ປະຫວັດສາດ​ຫວຽດນາມ ​ໃນ​ສະຕະວັດ​ທີ 20, ມີ​ແຕ່​ຖັດຈາກ​ປະທານ​ໂຮ່ຈີ​ມິນ​ເທົ່າ​ນັ້ນ.

ຂ່າວ/ບົດ​ອື່ນ