(ສະມາຊິກພັກ, ປະຊາຊົນແຂວງ ດັກລັກ ປະກອບຄຳເຫັນໃສ່ຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມ) |
ມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ, ຢູ່ຫຼາຍທ້ອງຖິ່ນແຂວງ ດັກລັກ, ຂະບວນການສ້າງວິຖີຊີວິດວັດທະນະທຳ, ດັດແປງເຂດຕົວເມືອງ, ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ໄດ້ຮັບການຍູ້ແຮງເພື່ອຕ້ອນຮັບກອງປະຊຸມໃຫຍ່. ທ່ານ ຫງວຽນງອັກທູ, ເລຂາໜ່ວຍພັກ, ຫົວໜ້າກຸ່ມຊຸມຊົນ 6A, ໃຫ້ຮູ້ວ່າ:
“ເພື່ອມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ, ໜ່ວຍຊຸມຊົນ 6A ໄດ້ປຸກລະດົມຂະບວນການສ້າງຊີວິດວັດທະນະທຳເຂດຊຸມຊົນ. ປັກທຸງຢູ່ຕາມເສັ້ນທາງ ແລະ ປຸກລະດົມປະຊາຊົນເຮັດອະນາໄມເຂດບ້ານ, ຮ່ອມບ້ານໃຫ້ຮຸ່ງແຈ້ງ, ຂຽວ, ສະອາດ ເພື່ອຕ້ອນຮັບກອງປະຊຸມໃຫຍ່. ປະຊາຊົນມີຄວາມຫວັງ, ເຊື່ອໝັ້ນຢ່າງສຸດຈິດສຸດໃຈຕໍ່ກອງປະຊຸມໃຫຍ່ຄັ້ງນີ້ ແລະ ມີຄວາມປິຕິຊົມຊື່ນທີ່ສຸດ. ຫວັງວ່າ, ກອງປະຊຸມໃຫຍ່ຈະບັນລຸຜົນສຳເລັດຫຼາຍກວ່າ, ນຳຜົນປະໂຫຍດມາໃຫ້ປະຊາຊົນ”.
ສ່ວນທ່ານ ດັ້ງຢາຢວນ, ເລຂາໜ່ວຍພັກ, ຫົວໜ້າກຸ່ມຊຸມຊົນ ເອອາ ກາວ, ແຂວງ ດັກລັກ, ສະແດງຄວາມເຫັນວ່າ:
“ກອງປະຊຸມໃຫຍ່ຈະປຶກສາຫາລືບັນດາບັນຫາສຳຄັນຂອງປະເທດຊາດ, ໃນນັ້ນ, ພວກຂ້າພະເຈົ້າຫວັງວ່າຈະມີຄວາມເອົາໃຈໃສ່ຫຼາຍກວ່າເຖິງພະນັກງານຂັ້ນຕາແສງ, ຂັ້ນບ້ານກວ່າອີກ. ເຖິງວ່າແມ່ນພະນັກງານຂັ້ນຕາແສງກ່ອນນີ້ ຫຼື ພະນັກງານຂັ້ນແຂວງມາ ພວກຂ້າພະເຈົ້າກໍ່ຄິດວ່າ ພະນັກງານແຕ່ລະຄົນກໍ່ຍັງຄົງຮັກສາຄວາມຄາດຫວັງເພື່ອໃຫ້ທ້ອງຖິ່ນຂອງຕົນພັດທະນາຂຶ້ນ”.