ປະຊາຊົນບັນດາເຜົ່າ ດັກລັກ ມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ ດ້ວຍຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຫວັງໃໝ່

(VOVWORLD) - 
ປະຊາຊົນບັນດາເຜົ່າ ດັກລັກ ມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ ດ້ວຍຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຫວັງໃໝ່ - ảnh 1(ສະມາຊິກພັກ, ປະຊາຊົນແຂວງ ດັກລັກ ປະກອບຄຳເຫັນໃສ່ຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມ)

ມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ, ຢູ່ຫຼາຍທ້ອງຖິ່ນແຂວງ ດັກລັກ, ຂະບວນການສ້າງວິຖີຊີວິດວັດທະນະທຳ, ດັດແປງເຂດຕົວເມືອງ, ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ໄດ້ຮັບການຍູ້ແຮງເພື່ອຕ້ອນຮັບກອງປະຊຸມໃຫຍ່. ທ່ານ ຫງວຽນງອັກທູ, ເລຂາໜ່ວຍພັກ, ຫົວໜ້າກຸ່ມຊຸມຊົນ 6A, ໃຫ້ຮູ້ວ່າ:

“ເພື່ອມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ, ໜ່ວຍຊຸມຊົນ 6A ໄດ້ປຸກລະດົມຂະບວນການສ້າງຊີວິດວັດທະນະທຳເຂດຊຸມຊົນ. ປັກທຸງຢູ່ຕາມເສັ້ນທາງ ແລະ ປຸກລະດົມປະຊາຊົນເຮັດອະນາໄມເຂດບ້ານ, ຮ່ອມບ້ານໃຫ້ຮຸ່ງແຈ້ງ, ຂຽວ, ສະອາດ ເພື່ອຕ້ອນຮັບກອງປະຊຸມໃຫຍ່. ປະຊາຊົນມີຄວາມຫວັງ, ເຊື່ອໝັ້ນຢ່າງສຸດຈິດສຸດໃຈຕໍ່ກອງປະຊຸມໃຫຍ່ຄັ້ງນີ້ ແລະ ມີຄວາມປິຕິຊົມຊື່ນທີ່ສຸດ. ຫວັງວ່າ, ກອງປະຊຸມໃຫຍ່ຈະບັນລຸຜົນສຳເລັດຫຼາຍກວ່າ, ນຳຜົນປະໂຫຍດມາໃຫ້ປະຊາຊົນ”.

ສ່ວນທ່ານ ດັ້ງຢາຢວນ, ເລຂາໜ່ວຍພັກ, ຫົວໜ້າກຸ່ມຊຸມຊົນ ເອອາ ກາວ, ແຂວງ ດັກລັກ, ສະແດງຄວາມເຫັນວ່າ:

“ກອງປະຊຸມໃຫຍ່ຈະປຶກສາຫາລືບັນດາບັນຫາສຳຄັນຂອງປະເທດຊາດ, ໃນນັ້ນ, ພວກຂ້າພະເຈົ້າຫວັງວ່າຈະມີຄວາມເອົາໃຈໃສ່ຫຼາຍກວ່າເຖິງພະນັກງານຂັ້ນຕາແສງ, ຂັ້ນບ້ານກວ່າອີກ. ເຖິງວ່າແມ່ນພະນັກງານຂັ້ນຕາແສງກ່ອນນີ້ ຫຼື ພະນັກງານຂັ້ນແຂວງມາ ພວກຂ້າພະເຈົ້າກໍ່ຄິດວ່າ ພະນັກງານແຕ່ລະຄົນກໍ່ຍັງຄົງຮັກສາຄວາມຄາດຫວັງເພື່ອໃຫ້ທ້ອງຖິ່ນຂອງຕົນພັດທະນາຂຶ້ນ”.

ຕອບກັບ

ຂ່າວ/ບົດ​ອື່ນ