(VOVWORLD) - ປະຊາຊົນວິງລອງ ສະແດງຄວາມເຊື່ອໝັ້ນວ່າກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຈະວາງອອກບັນດານະໂຍບາຍຊີ້ຂາດຍຸດທະສາດ, ສ້າງພື້ນຖານຢ່າງໝັ້ນແກ່ນໃຫ້ແກ່ການພັດທະນາໂດຍໄວ ແລະ ຍືນຍົງຂອງປະເທດຊາດໃນໄລຍະຈະມາເຖິງ.
ແຂວງວິງລອງເລີ່ມລົງມືກໍ່ສ້າງ ແລະ ເປີດນຳໃຊ້ຫຼາຍກິດຈະກຳໃຫຍ່ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ (ພາບ: VOV)
|
ຜ່ານບັນດາພາຫະນະສື່ມວນຊົນ, ອ້າຍ ຫງວຽນແທັງຢວຽນ ອາໄສຢູ່ຕາແສງ ລອງເຈົາ ແຂວງ ວິງລອງໄດ້ເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຈະຄັດເລືອກເອົາບັນດາພະນັກງານການນຳ ທີ່ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດ, ສຸດຈິດສຸດໃຈ ແລະ ມີລະດັບຄວາມສາມາດຢ່າງຄົບຖ້ວນ ເຂົ້າຮ່ວມຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ.
ປະຊາຊົນຂອງພວກຂ້າພະເຈົ້າກໍ່ມີຄວາມສົນໃຈທີ່ສດ, ຕິດຕາມຂ່າວຄາວກ່ຽວກັບບັນດາການເຄື່ອນໄຫວຂອງກອງປະຊຸມໃຫຍ່ເປັນປະຈຳ. ພວກຂ້າພະເຈົ້າເຫັນໄດ້ວ່ານີ້ແມ່ນຂີດໝາຍປະຫວັດສາດ, ເປັນຕົ້ນແມ່ນໃນສະພາບການສັບຊ້ອນ, ໂຮມບັນດາອົງການຄຸ້ມຄອງບໍລິຫານຄືນໃໝ່ ພ້ອມກັບທົ່ວປະເທດ ແນໃສ່ສ້າງກຳລັງໜູນໃໝ່ໃຫ້ການພັດທະນາເສດຖະກິດ, ເປີດບາດລ້ຽວສຳຄັນ, ເລີ່ມສັງກາດໃໝ່ - ສັງກາດບຸກບືນ.
ປະຊາຊົນວິງລອງ ສະແດງຄວາມເຊື່ອໝັ້ນວ່າກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຈະວາງອອກບັນດານະໂຍບາຍຊີ້ຂາດຍຸດທະສາດ, ສ້າງພື້ນຖານຢ່າງໝັ້ນແກ່ນໃຫ້ແກ່ການພັດທະນາໂດຍໄວ ແລະ ຍືນຍົງຂອງປະເທດຊາດໃນໄລຍະຈະມາເຖິງ.
(ເກາະ ນາມຢູ ຂຶ້ນກັບເຂດພິເສດ ກຽນຫາຍ, ແຂວງ ອານຢາງ) |
ໃນຊຸມມື້ນີ້, ພະນັກງານ, ນັກຮົບ, ສະມາຊິກພັກ ແລະ ປະຊາຊົນຢູ່ເກາະ ນາມຢູ ຂຶ້ນກັບເຂດພິເສດ ກຽນຫາຍ, ແຂວງ ອານຢາງ, ໄດ້ຕິດຕາມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ດ້ວຍຄວາມໄວ້ເນື້ອເຊື່ອໝັ້ນຢ່າງແຮງຕໍ່ຜົນສຳເລັດ ແລະ ຄວາມທະລຸຂອງກອງປະຊຸມໃຫຍ່.
ທ່ານຮ້ອຍເອກ ໂຮ່ຊວັນເຈື່ອງ, ນັກການເມືອງປ້ອມ ຣາດາ 625, ກອງພັນໃຫຍ່ 551, ທະຫານເຮືອເຂດ 5, ພວມເຂົ້າຮ່ວມການຕັ້ງທັບຢູ່ຕາແສງເກາະ ຕຽນຫາຍ, ແຂວງ ອານຢາງ, ແບ່ງປັນວ່າ:
“ຂ້າພະເຈົ້າເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຈະສືບຕໍ່ຢືນຢັນບັນດາແນວທາງທີ່ຖືກຕ້ອງ, ພ້ອມກັນນັ້ນກໍ່ມີການປ່ຽນແປງໃໝ່ຢ່າງແຂງແຮງໃນຈິນຕະນາການຄຸ້ມຄອງບໍລິຫານແຫ່ງຊາດ, ພັດທະນາມະນຸດ ແລະ ກໍ່ສ້າງແບບຍືນຍົງໃຫ້ແກ່ລຸ້ນອະນາຄົດ”.