ປະຊາຊົນແລະພຸດທະສາສະນິກະຊົນເຂົ້າຮ່ວມວັນບຸນເຂົ້າປະດັບດິນເປັນຈຳນວນຫລວງຫລາຍ

(VOVWORLD) -ຕອນເຊົ້າວັນທີ 5 ກັນຍາ, ແມ່ນກົງກັບວັນທີ 15 ກໍລະກົດ ໄລ່ຕາມຈັນທະປະຕິທິນ, ມີປະຊາຊົນ ແລະ ພຸດທະສາສະນິກະຊົນນັບພັນໆຄົນ ຢູ່ ນະຄອນ ໂຮ່ຈິມີນ ໄດ້ເຂົ້າຮ່ວມວັນບຸນເຂົ້າປະດັບດິນ ຊື່ງຖືກຈັດຂຶ້ນຢູ່ວັດຫລາຍແຫ່ງຄື: ວັດຫວີງງຽມ, ວັດ ຊາເລີ້ຍ, ວັດ ໂຝກວາງ. 
ປະຊາຊົນແລະພຸດທະສາສະນິກະຊົນເຂົ້າຮ່ວມວັນບຸນເຂົ້າປະດັບດິນເປັນຈຳນວນຫລວງຫລາຍ - ảnh 1ວັນບຸນເຂົ້າປະດັບດິນຢູ່ ວັດຫວີງງຽມ 

ເອື້ອຍ ກາວທິຮົ່ງ, ຊາວນະຄອນໂຮ່ຈິມີນ ໄດ້ແບ່ງປັນວ່າ:

        “ມື້ນີ້ແມ່ນວັນບຸນເຂົ້າປະດັບດິນ, ຂ້າພະເຈົ້າ ໄປວັດ ເພື່ອອາໄລຫາພໍ່ແມ່. ຖະຫວາຍທູບທຽນເພື່ອຂໍໃຫ້ດວງວີນຍານຂອງພໍ່ແມ່ໄປສູ່ອະຄະຕິ. ໂດຍແມ່ນຜູ້ເປັນລູກ ຕ້ອງຄິດຮອດຄິດເຖິງວັນນີ້ ເພື່ອໃຫ້ລູກຫລານຂອງຕົນປະຕິບັດຕາມ.”

ແລະກໍ່ໃນວັນບຸນເຂົ້າປະດັບດິນ, ບັນດາຮ້ານອາຫານເຈ ຢູ່ ນະຄອນ ໂຮ່ຈິມິນ ກໍ່ດຶງດູດແຂກເປັນຈຳນວນຫລວງຫລາຍ. ມີການເຄື່ອນໄຫວຫລາຍຢ່າງຄື: ປ່ອຍປາ, ປ່ອຍນົກ ຖືກຈັດຂຶ້ນຢູ່ຫລາຍແຫ່ງເພື່ອແນໃສ່ສຶກສາໃຫ້ທຸກຄົນມີສະຕິໃນການປົກປັກຮັກສາສິ່ງແວດລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ