ປະຊາຊົນໄທແຫ່ຂະບວນປະທ້ວງຄັດຄ້ານຮ່າງກົດໝາຍວ່າດ້ວຍອະໄພຍະໂທດ

ປະຊາຊົນໄທແຫ່ຂະບວນປະທ້ວງຄັດຄ້ານຮ່າງກົດໝາຍວ່າດ້ວຍອະໄພຍະໂທດ - ảnh 1
ປະຊາຊົນ​ໄທ ນັບ​ພັນ​ຄົນ​ໄດ້ພາກັນ​ມາ​ເຕົ້າ​ໂຮມ​ຢູ່​ບັນດາ​ເສັ້ນທາງ​​ໃຫຍ່​ຢູ່​ໃຈກາງ​ນະຄອນຫຼວງ ບັງ​ກອກ​ ​
(ພາບ: Reuters)

(vovworld) - ປະຊາຊົນ​ໄທ ນັບ​ພັນ​ຄົນ​ໄດ້ພາກັນ​ມາ​ເຕົ້າ​ໂຮມ​ຢູ່​ບັນດາ​ເສັ້ນທາງ​​ໃຫຍ່​ຢູ່​ໃຈກາງ​ນະຄອນຫຼວງ ບັງ​ກອກ​ ​ໃນ​ວັນ​ທີ 4/11, ​ເພື່ອ​ຄັດ​ຄ້ານ​ເລື່ອງ​ສະພາຜູ້​ແທນ​ລາດ​ຊະ​ດອນ​ປະ​ເທດ​ນີ້​ຮັບຮອງ​ເອົາຮ່າງ​ກົດໝາຍ​ວ່າ​ດ້ວຍ​ອະ​ໄພ​ຍະ​ໂທດ​ສຳລັບ​ບັນດາ​ເປົ້າ​ໝາຍ​ທີ່​ກ່ຽວຂ້ອງ​ເຖິງ​ກໍລະນີທຳລາຍ​ຄວາມ​ສະຖຽນ​ລະ​ພາບ ​ແລ​ະ ກໍ່​ການນອງ​ເລື​ອດກ່ອນ​ນີ້. ​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງ​ມີ​ທ່ານ​ອະດີດ​ນາຍົກລັດຖະມົນຕີ ອະ​ພິສິດ ​ເວັດ​ຊາ​ຊີວະ​ ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີ ສຸ​ເທບ ​ເທືອກ​ສຸວັນ. ທ່ານ ສຸ​ເທບ ຖະ​ແຫຼ​ງຈະ​ສືບ​ຕໍ່​ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ຮ່າງ​ກົດໝາຍ​ສະບັບ​ນີ້​ຮອດ​ຍາມ​ໃດ​ຮ່າງ​ກົດໝາ​ຍດັ່ງ​ກ່າວ​ຖືກ​ວຸທິສະພາ​​ໄທ ​ແລະ ສານລັດຖະທຳ​ມະນູນປະຕິ​ເສດ​ຮັບຮອງ​ເອົາ ​ແລະ ລັດຖະບານ ​ໂດຍ​ທ່ານ​ນາງ​ນາຍົກລັດຖະມົນຕີ ຍິງ​ຣັກ ຊິນ​ນະ​ວັດ ນຳພາ​ຖອນຮ່າງ​ກົດໝາຍ​ດັ່ງກ່າວ​ຄືນ. ພັກ​ກຳ​ອຳນາດ​ເພື່ອ​ໄທ​ຂອງ​ນາຍົກລັດຖະມົນຕີ ຍິງ​ຣັກ ​ໄດ້​ສະ​ເໜີ​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ດັ່ງກ່າວ, ຕາມ​ນັ້ນ​ແລ້ວ, ອະ​ໄພ​ຍະ​ໂທດ​ໃຫ້​ທຸກໆ​ພັກ​ຝ່າຍ ພ້ອມ​ກັບ​ສ່ວນບຸກຄົນ​ທີ່​ກ່ຽວຂ້ອງ​ເຖິງ​ການ​ກໍ່ຈະລະ​ຈົນ​ຢູ່​ຕາມ​ຖະໜົນ ​ແລະ ຖືກ​ຈັບ​ຕົວ​ແຕ່​ປີ 2004. ​ໃນ​ຂະນະ​ນັ້ນ, ພັກ​ປະຊາທິປະ​ປັດຝ່າຍ​ຄ້ານ​ມີ​ຄວາມ​ວິຕົກ​ວັງ​ວົນ​ວ່າ​ຮ່າງກົດໝາຍ​ນີ້ຈະ “ລົບ​ລ້າງ” ບັນດາ​ການ​ກະທຳ​ຜິດ​ກ່ອນ​ນີ້, ​ໃນ​ນັ້ນ​ມີ​ການ​ສັງຫານຜູ້​ແຫ່​ຂະ​ບວນປະ​ທ້ວງ​ບໍ່​ປະກອບ​ອາວຸດ.

    ຮ່າງ​ກົດໝາຍ​ວ່າ​ດ້ວຍ​ອະ​ໄພ​ຍະ​ໂທດ​ໄດ້​ຮັບ​ການຮັບຮອງ​ເອົາ​ຈາກ​ສະພາ​ຜູ້​ແທນ​ລາດ​ຊະ​ດອນໃນ​ວັນ​ທີ 1/11 ຜ່ານ​ມາ ​ແລະ ຄາດ​ວ່າ​ຈະ​ຖືກ​ນຳ​ສະ​ເໜີຮັບຮອງ​ເອົາ​ຢູ່ວຸດ​ທິ​ສະພາ​​ໃນ​ວັນ​ທີ 11/11 ຈະ​ມາ​ເຖິງ.

ໃນຂະນະນັ້ນວັນ​ທີ 5/11, ພົນ​ເອກ ອະດຸນ, ຜູ້ບັນຊາ​ການ​ອົງການ​ຕຳຫຼວດ​ແຫ່ງ​ຊາດ​ໄທ,  ​ໄດ້​ປະຊຸມ​ກັບ​ຜູ້​ບັນຊາ​ການ​ຕຳຫຼວດ​ນະຄອນຫຼວງ ບັງກອກ, ຕີ​ລາຄາສະພາບ​ການ​ແຫ່​ຂະ​ບວນປະ​ທ້ວງ​ຄັດຄ້ານ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ອະ​ໄພ​ຍະ​ໂທດ ​ເລີ່​ມ​ເພີ່ມ​ຂຶ້ນ​ກ່ຽວ​ກັບ​ຂອບ​ຂະໜາດ ​ແລະ ຂອບ​ເຂດ​ການ​ເຄື່ອນ​ໄຫວ, ​ເຊິ່ງ​ເຕົ້າ​ໂຮມ​ຫຼາຍ​ກ່ວາ​ໝູ່​ແມ່ນ​ຢູ່​ບັງ​ກອກ. ​ເປັນ​ໜ້າ​ສົນ​ໃຈ, ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ​ໂດຍ​ພັກ​ປະຊາທິປັດ​ຝ່າຍ​ຄ້ານ​ຈັດ​ຕັ້ງ ​ໄດ້​ຍ້າຍ​ໄປເຖິງ​ສະໜາມ​ຫຼວງ ປະຊາທິປະ​ໄຕ, ​ໃກ້​ກັບ​ສຳນັກງານ​ນາຍົກລັດຖະມົນຕີ ​ແລະ ບັນດາ​ສຳນັກງານ​ແຫ່ງ​ລັດ​ທີ່​ສຳຄັນ. ກ່ອນ​ສະພາບ​ການ​ນີ້, ການ​ນຳ​ຕຳຫຼວດ ​ໄທ ​ແລະ ນະ​ຄອນ​ຫຼວງ ບັງ​ກອກ ​ໄດ້​ຕັດສິນ​ໃຈ​ເພີ່ມ​ທະວີ​ຕຳຫຼວດ 4.000 ຄົນ, ຍົກ​ຍອດ​ຈຳນວນ​ຕຳຫຼວດ​ຄວບ​ຄຸມ​ການ​ແຫ່​ຂະ​ບວນປະ​ທ້ວງ​ຂຶ້ນ​ເຖິງ 10.000 ຄົນ​​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ປົກ​ປ້ອງ​ບັນດາ​​ເປົ້າໝາຍ​ສຳຄັນ ​ແລະ ຄວບ​ຄຸມ​ສະພາບ​ຄວາມ​ສະຫງົບ​ປອດ​ໄພ, ການຄົມມະນາ​ຄົມ​ທີ່​ກ່ຽວຂ້ອງ​ເຖິງ​ການ​ແຫ່​ຂະ​ບວນປະ​ທ້ວງ. ພິ​ເສດ, ຢູ່​ອ້ອມ​ແອ້ມ​ສຳນັກງານ​ນາຍົກລັດຖະມົນຕີ ​ໄທ ຫາ​ກໍ​​ເພີ່ມ​ທະວີ​ຮົ້ວ​ກີດ​ຂວາງ, ​ແລະ ມີ​ຕຳຫຼວດ​ປ້ອງກັນ​ເກືອບ 3.000 ຄົນ.

 

ຂ່າວ/ບົດ​ອື່ນ