ປະດັບຫຼຽນກາມິດຕະພາບລັດຖະບານລາວ ໃຫ້ມະຫາວິທະຍາໄລສ້າງຄູ ສີລະປະສູນກາງຫວຽດນາມ

ປະດັບຫຼຽນກາມິດຕະພາບລັດຖະບານລາວ ໃຫ້ມະຫາວິທະຍາໄລສ້າງຄູ ສີລະປະສູນກາງຫວຽດນາມ - ảnh 1
(ພິທີ​ປະດັບ​ຫຼຽນ​ກາ​ມິດຕະພາບ ​ແລະ ​ໃບ​ຍ້ອງຍໍ​ຂອງ​ລັດຖະບານ​ລາວ)

(vovworld) -     ວັນ​ທີ 27/12, ຢູ່​ຮ່າ​ໂນ້ຍ, ມະຫາວິທະຍາ​ໄລ​ສ້າງ​ຄູ​ສີ​ລະ​ປະ​ສູນ​ກາງ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີປະດັບ​ຫຼຽນ​ກາ​ມິດຕະພາບ ​ແລະ ​ໃບ​ຍ້ອງຍໍ​ຂອງ​ລັດຖະບານ ສປປ ​ລາວ ​ໃຫ້​ມະຫາວິທະຍາ​ໄລ​ສ້າງ​ຄູ​ສີ​ລະ​ປະ​ສູນ​ກາງ​ຫວຽດນາມ. ທີ່​ພິທີ, ​ໂດຍ​ໄດ້​ຮັບການ​ມອບ​ສິດ​ຈາກ​ນາຍົກລັດຖະມົນຕີ​ລາວ, ທ່ານ ກອງ​ສີ ​ແສງ​ມະນີ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສຶກສາ​ທິການ ​ແລ​ະ ກິລາລາວ ​ໄດ້​ປະດັບ​ຫຼຽນ​ກາ​ມິດຕະພາບ​ໃຫ້​ໝູ່​ຄະນະຂອງມະຫາວິທະຍາ​ໄລ​ສ້າງ​ຄູ​ສີ​ລະ​ປະ​ສູນ​ກາງ​ຫວຽດນາມ, ມອບ​ຫຼຽນ​ກາ​ໃຫ້​ແກ່​ທ່ານ ຟ້າມ​ເລ​ຮ່ວາ, ອະທິການ​ບໍດີມະຫາວິທະຍາ​ໄລ​ສ້າງ​ຄູ​ສີ​ລະ​ປະ​ສູນ​ກາງ​ຫວຽດນາມ ​ແລະ ​ໃບ​ຍ້ອງຍໍ​ໃຫ້​ສ່ວນ​ບຸກຄົນ​ອີກ 6 ທ່ານ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ທອງ​ພິມ ບຸດ​ສະ​ດີ, ຫົວໜ້າ​ກົມ​ຈັດ​ຕັ້ງ, ກະຊວງ​ສຶກສາ​ທິການ ​ແລ​ະ ກິລາລາວ, ​ໃຫ້​ຮູ້​ວ່າ.

ທ່ານ ຟ້າ​ມ​ເລ​ຮ່ວາ, ອະທິການ​ບໍດີມະຫາວິທະຍາ​ໄລ​ສ້າງ​ຄູ​ສີ​ລະ​ປະ​ສູນ​ກາງ​ຫວຽດນາມ, ຜູ້​ທີ່​​ໄດ​້ຮັບ​ຫຼຽນ​ກາ​ມິດຕະພາບ ​ແລະ ​ໃບ​ຍ້ອງຍໍ​ຂອງ​ລັດຖະບານ​ລາວ ​ແບ່ງປັນ​ວ່າ.

“​ຕາງໜ້າ​ໃຫ້​ຄະ​ນະ​ພັກ ມະຫາວິທະຍາ​ໄລ​ສ້າງ​ຄູ​ສີ​ລະ​ປະ​ສູນ​ກາງ, ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​​ປິ​ຕິ​ຊົມ​ຊືນໄດ້​ຮັບ​ລາງວັນ​ອັນ​ສູງ​ສົ່ງ​ນີ້​ຂອງ​ລັດຖະບານ​ລາວ ທີ່​ມອບ​ໃຫ້ໂຮງຮຽນ,​ໃຫ້​ແກ່​ຂ້າພະ​ເຈົ້າ ​ແລະ ​ເພ່ືອນ​ຮ່ວມ​ງານ​ຂອງ​ຂ້າພະ​ເຈົ້າ. ຍາມ​ໃດພວກ​ຂ້າພະ​ເຈົ້າກໍ​ຄິດ​ວ່າ, ສາຍ​ພົວພັນ ​ແລະ ອາລົມ​ຈິດ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ - ລາວ ​​ແມ່ນ​ມີ​ມາ​ແຕ່​ດົນ​ນານ ​ແລະ ລຸງ​ໂຮ່ ໄດ້​ສັ່ງສອນ​​ໃຫ້ພວກ​ເຮົາ​ວ່າ ຕ້ອງ​ຮັກສາ​ນ້ຳໃຈ​ສາມັກຄີ​ມິດຕະພາບແບບ​ພິ​ເສດ​ນັ້ນ​ໄວ້​ຕະຫຼອດ​ການ.”

ຂ່າວ/ບົດ​ອື່ນ