ປະດັບຫຼຽນທີ່ລະນຶກໃຫ້ທ່ານເອກອັກຄະລັດຖະທູດຈີນປະຈຳຫວຽດນາມ

ປະດັບຫຼຽນທີ່ລະນຶກໃຫ້ທ່ານເອກອັກຄະລັດຖະທູດຈີນປະຈຳຫວຽດນາມ - ảnh 1
ທ່ານ ຂຸ​ງ​ແຊວ​ນ​ເຢົາ, ເອກ​ອັກຄະ​ລັດຖະທູດວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສປ ຈີນ ປະຈຳ ຫວຽດນາມ
(ພາບປະກອບ)

(vovworld) - ຕອນ​ບ່າຍ​ວັນ​ທີ 3/4, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ສະຫະ​ພັນບັນດາ​ອົງການ​ມິດຕະພາບ ຫວຽດນາມ ຫວູ້ຊວນ​ຮົ່ງ ​ໄດ້​ປະດັບຫຼຽນທີ່​ລະນຶກ​ “​ເພື່ອ​ສັນຕິພາບ, ມິດຕະພາບ​ລະຫວ່າງ​​ຊາດ“ ​ໃຫ້​ທ່ານ ຂຸ​ງ​ແຊວ​ນ​ເຢົາ, ເອກ​ອັກຄະ​ລັດຖະທູດວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສປ ຈີນ ປະຈຳ ຫວຽດນາມ.

      ທ່ານ​ປະທານ ຫວູ້ຊວນ​ຮົ່ງ ຢືນຢັນວ່າ​ຫຼຽນທີ່​ລະນຶກ​ “​ເພື່ອ​ສັນຕິພາບ, ມິດຕະພາບ​ລະຫວ່າງ​​ຊາດ“ ​ແມ່ນ​ລາງວັນ​ເພື່ອຍ້ອງຍໍ​ສັນລະ​ເສີນ​ການ​ປະກອບສ່ວນ​ຂອງທ່ານ​​ເອກ​ອັກຄະ​ລັດຖະທູດ ຂຸ​ງ​ແຊວ​ນ​ເຢົາ ​ໃນ​ການ​ຊຸກຍູ້​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ ​- ຈີນ ​ແລະ ​ເນື່ອງ​ໃນ​ໂອກາດທ່ານ​​ເອກ​ອັກຄະ​ລັດຖະທູດສິ້ນ​ສຸດໜ້າທີ່​ການ​ທູດ​ຢູ່ ຫວຽດນາມ ຢ່າງ​ຈົບງາມ.

    ​ເມື່ອ​ແບ່ງປັນ​ຄວາມ​ຮູ້ສຶກທີ່​ດີງາມ​ໃນ​ໄລຍະ​ປະຕິບັດ​ງານ​ຢູ່ ຫວຽດນາມ, ທ່ານ​​ເອກ​ອັກຄະ​ລັດຖະທູດ ຂຸ​ງ​ແຊວ​ນ​ເຢົາ ຢືນຢັນ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖີງ, ​ເຖີງວ່າ​ຈະຢູ່​ໃສ, ດຳ​ລົງ​ຕຳ່​ແໜ່ງ​ໃດ, ທ່ານ​​ເອກ​ອັກຄະ​ລັດຖະທູດຈະ​ສືບ​ຕໍ່​ປະກອບສ່ວນ​ໃຫ້​ແກ່​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອລະ​ຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ - ຈີນ.


ຂ່າວ/ບົດ​ອື່ນ