ປະຕິບັດ​ກົດໝາຍ​ຮັກສາ​ສິ່ງ​ແວດ​ລ້ອມ​ເປັນ​ຢ່າງ​ດີ​ເພື່ອ​ປົກ​ປັກ​ຮັກສາ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ

ປະຕິບັດ​ກົດໝາຍ​ຮັກສາ​ສິ່ງ​ແວດ​ລ້ອມ​ເປັນ​ຢ່າງ​ດີ​ເພື່ອ​ປົກ​ປັກ​ຮັກສາ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ - ảnh 1
ກອງ​ປະຊຸມ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນັດຂອງ​
ລັດຖະບານ​ກ່ຽວ​ກັບ​ວຽກ​ງານ​ ຮັກສາ​ສິ່ງ​ແວດ​ລ້ອມ

(vovworld) - ​​ປະຕິບັດ​ກົດໝາຍ​ຮັກສາ​ສິ່ງ​ແວດ​ລ້ອມ​ເປັນ​ຢ່າງ​ດີ​ ເພື່ອ ​ປົກ​ປັກ​ຮັກສາ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ນັ້ນ​ແມ່ນ​ຄຳ​ຊີ້​ນຳ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ທີ່​ກອງ​ປະຊຸມ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນັດຂອງ​ລັດຖະບານ​ກ່ຽວ​ກັບ​ວຽກ​ງານ​ຮັກສາ​ສິ່ງ​ແວດ​ລ້ອມ ​ເຊິ່ງ​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 24/08 ທີ່ຮ່າ​ໂນ້ຍ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຕີ​ລາຄາ​ວ່າ ສະພາບມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ, ການລະ​ເມີດ​ກົດໝາຍ​ກ່ຽວ​ກັບ​ການ​ຮັກສາ​ສິ່ງ​ແວດ​ລ້ອມ​​ໄດ້​ເກີດ​ຂຶ້ນ​ໄປ​ຢ່າງ​ຮ້າຍ​ແຮງ, ​ມີ​ຜົນສະທ້ອນ​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ແລະ ກໍ່ຄວາມ​ຂາດ​ສະຖຽນ​ລະພາບ​ໃນ​ສັງຄົມ. ທ່ານ​ນາຍົກລັດຖະມົນຕີ ກໍ່​ຖື​ວ່າ: ທຸກ​ຂັ້ນ, ທຸກຂະ​ແໜງການ​ຕ້ອງ​ປ່ຽນ​ແປງ​ຈິນຕະນາການ​ໃນ​ການ​ພັດທະນາ​ຕາມ​ທິດ​ເຕີບ​ໂຕ​ເສດຖະກິດ, ຕ້ອງ​ຕິດ​ພັນ​ກັບ​ການ​​ຮັກສາສິ່ງ​ແວດ​ລ້ອມ, ພັດທະນາ​ແບບ​ຍືນ​ຍົງ. ທີ່​ກອງ​ປະຊຸມ​ຄັ້ງ​ນີ້ ທ່ານ​ນາຍົກ​ລັດຖະມົນຕີ ຮຽກ​ຮ້ອງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ມີ​ວິທີ​ປະຕິບັດ​ໃຫ້​ເໝາະ​ສົມ​ກ່ວາ, ກຳຈັດ​ສະພາບ​​ເກີດ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ​ໃນ​ເບື້ອງ​ຕົ້ນ. ທ່ານ​ນາຍົກລັດຖະມົນຕີກໍ່ຍົກ​ໃຫ້​ເຫັນ ສິ່ງ​ທ້າ​ທາຍ​ ຄວາມ​ຫຍຸ້ງຍາກ​ໃນ​ວຽກ​ງານ​ ​ຮັກສາ​ສິ່ງ​ແວດ​ລ້​ອມ ​ເມື່ອ ຫວຽດນາມ ​ກາຍເປັນ​ປະ​ເທດພວມ​ພັດທະນາ, ມີ​ຫລາຍ​ບັນຫາ​ໄດ້​ວາງ​ອອກ​ກ່ຽວ​ກັບຄ່າ​ໃຊ້​ຈ່າຍ, ​ເຕັກ​ໂນ​ໂລ​ຢີ, ຊອກ​ຫາ​ຫຼັກການ​ສົມທົບກັບ​ລະຫວ່າງ​ບັນຫາ​ສິ່ງ​ແວດ​ລ້ອມ​ກັບ​ການ​ພັດທະນາ ​ໃຫ້​ເໝາະ​ສົມ​ທີ່​ສຸດ.ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກ່າວ​ວ່າ : (ເທບ)  
    “ ບໍ່​ດຶງ​ດູດ​ການ​ລົງ​ທຶນ​ດ້ວຍ​ທຸກວິ​ທີ​ທາງ, ເອົາ​ໃຈ​ໃສ່​ມາດ​ຖານ​ສິ່ງ​ແວດ​ລ້ອມ​ໃນ​ການ​ເລືອກ​ເຟັ້ນ​ໂຄງ​ການ​ລົງ​ທຶນ. ເດັດ​ດຽວບໍ່​ເພື່ອ​ການ​ເຕີບ​ໂຕ​ເສດ​ຖະ​ກິດ ທີ່​ນຳ​ໄປແລກ​ເອົາສິ່ງ​ແວດ​ລ້ອມ. ຂ້າ​ພະ​ເຈົ້າ​ເນັ້ນ​ໜັກ​ຄືນ​ວ່າ ບໍ່​ອະ​ນຸ​ຍາດ​ໃຫ້​ລົງ​ທຶນ​ສຳ​ລັບ​ບັນ​ດາ​ໂຄງ​ການ, ຮູບ​ແບບ​ການ​ຜະ​ລິດ​ທີ່ກໍ່​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ, ເຕັກ​ໂນ​ໂລ​ຢີຜະ​ລິດ​ທີ່ຫຼ້າຫຼັງ ”

ຂ່າວ/ບົດ​ອື່ນ