ປະທານ ເຈືອງເຕີນຊາງ ເຂົ້າຮ່ວມພິທີລະນຶກ 65 ປີ ແຫ່ງວັນລຸງໂຮ່ ໄປຢ້ຽມແຂວງ ແທນ​ຮວາ

ປະທານ ເຈືອງເຕີນຊາງ ເຂົ້າຮ່ວມພິທີລະນຶກ 65 ປີ ແຫ່ງວັນລຸງໂຮ່ ໄປຢ້ຽມແຂວງ ແທນ​ຮວາ - ảnh 1
ທ່ານປະທານປະເທດເຈືອງເຕີນຊາງກ່າວຄຳເຫັນນະພິທີ
ພາບ:dantri.com.vn

 (vovworld) - ​   ຕອນ​ເຊົ້າ​ວັນ​ທີ 20/2 ຢູ່ ​ແຂວງ ​ແທນ​ຮວາ ​​ໄດ້​ດຳ​ເນີນ​ພິທີ​ລະນຶກ 65 ປີ ​ແຫ່ງ​ວັນ​   ລຸງ​ໂຮ່ ​ໄປ​ຢ້ຽມຢາມ ​ແຂວງ ​ແທນ​ຮວາ ​ແລະ ປຸກລະດົມ​ຂະ​ບວນການ​ແຂ່ງຂັນ “ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ​້າງ​ເຂດ​ຊົນນະບົດ​ໃຫມ່“, ສ້າງສາ​ແຂວງ ​ແທນ​ຮວາ ​ໃຫ້ກາຍ​ເປັນ​ແຂວງ​​ແບບຢ່າງ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຢືນຢັນ​ວ່າ: ​ເພື່ອ​ປະຕິບັດ​ຄຳ​ສັ່ງສອນ​ຂອງ​ລຸງ​ໂຮ່ “​ແຂວງ ​ແທນ​ຮວາ ຕ້ອງເປັນ​​ແຂວງແບບຢ່າງ ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ທຸ​ກດ້ານ​ ການ​ເມືອງ, ​ເສດຖະກິດ, ການ​ທະຫານ ຕ້​ອງ​ແມ່ນ​ແບບຢ່າງ”, ອົງຄະ​ນະ​ພັກ ​ແລະ ປະຊາຊົນ​ແຂວງ ​ແທນ​ຮວາ ຕ້ອງ​ມານະ​ພະຍາຍາມ​ສູ້​ຊົນ​ສູງກວ່າ​ອີກ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ, ​ເມື່ອ​ແຂວງ ​ແທນ​ຮວາ ພ້ອມ​ກັບທົ່ວ​ປະ​ເທດ ພວມ​ກ້າວ​​ເຂົ້າ​ສູ່​ໄລຍະ​ພັດທະນາ​ໃຫມ່ ດ້ວຍ​ສິ່ງ​ສະດວກ, ກາລະ​ໂອກາດ ​ແລະ ນັບ​ທັງ​ຄວາມ​ຫຍຸ້ງຍາກ, ການ​ທ້າ​ທາຍ​ຫລາຍ​ປະການ ຍ້ອນ​ການ​ຜັນ​ແປ​ຢ່າງ​ສັບສົນ​ຈາກ​ສະພາບ​ການ​ໂລກ ​ແລະ ບັນດາ​ຂໍ້​ຈຳກັດ, ຄວາມ​ອ່ອນ​ດ້ອຍ​ໃນ​ຫລາຍ​ດ້ານ​ຂອງ​ປະ​ເທດ​ຊາດ.

        “ ​ແຂວງ​ແທນ​ຮວາ ມີ​ເນື້ອ​ທີ່​ດິນ​ກວ້າງຂວາງ,​ ມີ​ປ່າ, ມີ​ທະ​ເລ, ຊັບພະຍາກອນ​ທຳ​ມະ​ຊາດ​ອັນ​ອຸດົມສົມບູນ. ນີ້​ແມ່ນ​ບັນດາ​ຄວາມ​ສາມ​າດບົ່ມ​ຊ້ອນ, ​ທ່າ​ໄດ້​ປຽບ​ອັນ​ໃຫຍ່​ຫລວງ ຊຶ່ງ​ແຂວງ ​ແທນ​ຮວາ ຄວນ​ສືບ​ຕໍ່​ຂຸດ​ຄົ້ນ ​ແລະ ​ເສີມ​ຂະຫຍາຍ​ຢ່າງ​ສູງ​ສຸດ, ມີ​ປະສິດທິ​ຜົນ​ທີ່​ສຸດ, ຕາມ​ທິດ​ພັດທະນາ​ທາງລວງ​ເລີກ, ມີ​ສະມັດ​ຕະພາບ, ຄຸນ​ນະພາ​ບ ​ແລະ ກຳລັງ​ແກ້ງ​ແຍ້​ງສູງ ​ແລະ ປະຕິບັດ​​ໂຄງການ​ກໍ່ສ້າງ​ເຂດ​ຊົນນະບົດ​ໃຫມ່. ສິ່ງສຳຄັນ​ທີ່​ສຸດ​ ນັ້ນ​ແມ່ນ​ຕ້ອງ​ເສີມ​ຂະຫຍາຍ, ປະຕິບັດ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ​ຢ່າງ​ຄົບ​ຖ້ວນ, ດຶງ​ດູດ​ການ​ເຂົ້າ​ຮ່ວມ​ເປັນ​ເຈົ້າ​ການ, ຕັ້ງຫນ້າ ຂອງ​ທຸກ​ຄົນ, ທຸກ​ຄອບຄົວ ຂອງ​ບັນດາ​ອົງການ​ໃນ​ລະບົບ​ການ​ເມືອງ​ຢູ່​ຂັ້ນ​ຮາກ​ຖານ. ການ​ລະດົມ ​ແລະ ການ​ນຳ​ໃຊ້​ຢ່າງ​ມີ​ປະສິດທິ​ຜົນ​ບັນດາ​             ແຫ​ລ່ງກຳລັງ​ສັງຄົມ ​ເຂົ້າ​ໃນ​ການ​ປະຕິບັດ​ໂຄງການ ດ້ວຍ​ການ​ແນະນຳ ​ແລະ ການ​ຫນູນ​ຊ່ວຍ​ຂອງ​ລັດ.”

        ພ້ອມ​ກັບ​ການ​ພັດທະນາ​ເສດຖະກິດ, ທ່ານ​ປະທານ​ປະ​ເທດ​ເນັ້ນ​ຫນັກ​ວ່າ: ຫນ້າ​ທີ່​ສຳຄັນພິ​ເສດ, ມີ​ຄວາມ​ໝາຍ​ຫລັກ​ແຫ​ລ່ງ ​ແມ່ນ​ອົງຄະ​ນະ​ພັກ ​ແລະ ປະຊາຊົນ ​ແທນ​ຮວາ ຕ້ອງ​ສຸມ​ໃສ່​ປະຕິບັດ​ວຽກ​ງານ​ກໍ່ສ້າງ​ພັກ​ເປັນ​ຢ່າງ​ດີ, ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ທີ່​ມີ​ຕໍ່​ພັກ, ສ້າງ​ການ​ຫັນປ່ຽນ​ຢ່າງ​ຕັ້ງຫນ້າ​ໃນ​ຂົງ​ເຂດ​ກໍ່ສ້າງ​ພັກ, ຕອບ​ສະຫນອງ​ຄວາມ​ມຸ້ງ​ມາດ​ປາດ​ຖະຫນາ​ຂອງ​ທົ່ວ​ພັກ, ທ່ົວ​ປວງ​ຊົນ. ​ແລະ​ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ກໍ​ໄດ້​ລົງ​ຢ້ຽມຢາມ ສະ​ໂມ​ສອນ ຮ່າ​ມຣົ່ງ, ຮັບ​ຟັງ​ຄວາມ​ເຫັນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຂອງ​ບັນດາ​ພະນັກງານ​ກິນ​ເບ້ຍ​ບຳນານ.

ຂ່າວ/ບົດ​ອື່ນ