ປະທານຄະນະກຳມະການສູນກາງແນວລາວ ສ້າງຊາດ ຢ້ຽມຢາມແຂວງ ຮ່ວາບິ່ງ

(VOVWORLD) - ທ່ານ ໄຊສົມພອນ ພົມວິຫານ ໄດ້ອວຍພອນໃຫ້ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າແຂວງ ຮ່ວາບິ່ງ ທີ່ຍາດໄດ້ຜົນງານຫຼາຍຢ່າງໃນການພັດທະນາເສດຖະກິດ - ສັງຄົມ, ພິເສດແມ່ນການລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ

ປະທານຄະນະກຳມະການສູນກາງແນວລາວ ສ້າງຊາດ ຢ້ຽມຢາມແຂວງ ຮ່ວາບິ່ງ - ảnh 1 ທ່ານ ບຸ່ຍວັນຕີ໋ງ, ເລຂາຄະນະພັກແຂວງ ຮ່ວາບິ່ງ  ໄດ້ມອບຂອງຂວັນໃຫ້ຄະນະ

(ພາບ: Nhan Sinh/TTXVN)

ວັນທີ 13 ເມສາ, ຄະນະຜູ້ແທນຂັ້ນສູງຂອງຄະນະກຳມະການສູນກາງແນວລາວສ້າງຊາດ ໂດຍທ່ານ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວລາວສ້າງຊາດ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມແຂວງ ຮ່ວາບິ່ງ. ທ່ານ ບຸ່ຍວັນຕີ໋ງ, ເລຂາຄະນະພັກແຂວງ ຮ່ວາບິ່ງ ໄດ້ຕາງໜ້າໃຫ້ການນຳ ແລະ ປະຊາຊົນບັນດາເຜົ່າໃນແຂວງ ຮ່ວາບິ່ງ ຕ້ອນຮັບຄະນະ, ແບ່ງປັນນ້ຳໃຈບໍລິສຸດຜຸດຜ່ອງ, ສະໜິດຕິດພັນລະຫວ່າງ 2  ປະເທດ, ລະຫວ່າງແນວໂຮມປະເທດຊາດ ຫວຽດນາມ ແລະ ແນວລາວສ້າງຊາດ.

        ທ່ານ ໄຊສົມພອນ ພົມວິຫານ ໄດ້ອວຍພອນໃຫ້ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າແຂວງ ຮ່ວາບິ່ງ ທີ່ຍາດໄດ້ຜົນງານຫຼາຍຢ່າງໃນການພັດທະນາເສດຖະກິດ - ສັງຄົມ, ພິເສດແມ່ນການລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ, ຍົກສູງຊີວິດການເປັນຢູ່ໃຫ້ແກ່ພໍ່ແມ່ປະຊາຊົນຊາດຊົນເຜົ່າສ່ວນໜ້ອຍ, ເຂດປະສົບກັບຄວາມຫຍຸ້ງຍາກ. ທ່ານ ໄຊສົມພອນ ພົມວິຫານ ກໍ່ຖືວ່າ: ໃນໄລຍະຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັ່ງ ແລະ ຈັກກະພັດ ອາເມລິກາ ໃນເມື່ອກ່ອນ, ປະຊາຊົນບັນດາເຜົ່າແຂວງ ຮ່ວາບິ່ງ ໄດ້ອຸ້ມສູ່ຊ່ວຍເຫຼືອການປະຕິວັດ ລາວ, ຈັດແຈງສະຖານທີ່ເພື່ອຈັດຕັ້ງກອງປະຊຸມກຽມຂອງພັກປະຊາຊົນປະຕິວັດລາວ ຄັ້ງທີ II ແລະ ຮາກຖານວິທະຍຸກະຈາຍສຽງ ປະເທດລາວ. ນັ້ນແມ່ນເຂດປູຊະນີຍະສະຖານປະຫວັດສາດອັນລ້ຳຄ່າທີ່ໄດ້ຮັບການປົກປັກຮັກສາ, ປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈໃຫ້ແກ່ລຸ້ນຕ່າງໆຂອງ 2 ປະເທດໃນປະຈຸບັນ ແລະ ອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ