ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມອວຍພອນຄະນະກຳມະການສາມັກຄີຄຼິດທະສາສະໜາ

ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມອວຍພອນຄະນະກຳມະການສາມັກຄີຄຼິດທະສາສະໜາ - ảnh 1
(ປະ​ທານ​ຄະ​ນະ​ກຳ​ມະ​ການ​ແນວ​ໂຮ​ມ​ປະ​ເທດ​ຊາດ​ຫວຽດ​ນາມ
ອວຍ​ພອນ​ຄະ​ນະ​ກຳ​ມະ​ການ​ສາ​ມັກ​ຄີ​ຄຼິດ​ທະ​ສາ​ສະ​ໜາ)


(vovworld) - ຕອນ​ບ່າຍ​ວັນ​ທີ 22/12, ເມື່ອ​ມາ​ຢ້ຽມ​ຢາມ, ອວຍ​ພອນຄະ​ນະ​ກຳ​ມະ​ການ​ສາ​ມັກ​ຄີ​ຄຼິດ​ທະ​ສາ​ສະ​ໜາຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ວັນ​ບຸນ​ຄຼິດ​ສ​ມາດ 2015, ​ທ່ານກ​ຳ​ມະ​ການ​ກົມ​ການ​ເມືອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປ​ະ​ເທ​ດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ​ ໄດ້​ຮັບ​ຮູ້​ການ​ປະ​ກອບ​ສ່ວນ​ຂອງຄະ​ນະ​ກຳ​ມະ​ການ​ສາ​ມັກ​ຄີ​ຄຼິດ​ທະ​ສາ​ສະ​ໜາ ບັນ​ດາ​ແຂວງ, ນະ​ຄອນ ໃນ​​ການ​ປຸ​ກ​ລະ​ດົມ​ພໍ່​ແມ່​ຊາວ​ຄຼິດ ເຂົ້າ​ຮ່ວມ​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ກັນ​ອອກ​ແຮງ​ງານ, ທຳ​ການ​ຜະ​ລິດ, ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ຢູ່​ໃນ​ສິນ​ກິນ​ໃນ​ທຳ.

      ​ແລະ​ກໍເນື່ອງ​ໃນ​ໂອ​ກາດນີ້, ໃນ​ລະ​ຫວ່າງວັນ​ທີ 22 – 23/12, ການ​ນຳ​ທຸກ​ຂັ້ນ​ຂອງ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ​ບັນ​ດາ​ອົງ​ກາ​ນ​ຈັດ​ຕ​ັ້ງ​ມະ​ຫາ​ຊົ​ນການ​ເມືອງ ແຂວງ​ອານ​ຢາງ, ເຮົາ​ຢາງ ໄດ້​ໄປ​ຢ້ຽ​ມ​ຢາມ, ອວຍ​ພອນ​ພໍ່​ແມ່​ຊາວ​ຄຼິດ ​ໃນທ້ອ​ງ​ຖິ່ນ​ຕ້ອນ​ຮັບ​ວັນ​ບຸນ​ຄຼິດ​ສ​ມາດ ​ດ້ວຍ​ຄວາມ​ສະ​ຫງົບ​ສຸກ ແລະ ​ອົບ​ອຸ່ນ. ​ຢູ່​ບັນ​ດາ​ແຂວງ​​ທີ່​ຄະ​ນະ​ໄດ້ລົງ​ຢ້ຽມ​ຢາມ, ການ​ນຳ​ພັກ, ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ​ 2 ແຂວງ​ອາ​​ນຢາງ, ເຮົ້າ​ຢາງ ໄດ້​ຍ້ອງ​ຍໍ​ການ​ປະ​ກອບ​ສ່ວນ​ຂອງ​ພໍ່​ແມ່​ຊາວ​ຄຼິດ ​ໃນ​ແຂວງ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ຂອງ​ທ້ອງ​ຖິ່ນ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ການ​ນຳ​ພັກ, ​ອຳ​ນາດ​ການ​ປົກ​ຄ​ອງ​ປ​າດ​ຖະ​ໜາ​ວ່າ ພໍ່​ແມ່​ຊາວ​ຄຼິດ ປະ​ຕິ​ບັດ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຂອງ​ພັກ, ກົດ​ໝາຍ​ຂອງ​ລັດ​ເປັນ​ຢ່າງ​ດີ, ​ເປັນ​ຂົວ​ເຊື່ອມ​ຕໍ່​ລະ​ຫວ່າງສາ​ສະ​ໜາ ແລະ ການ​ດຳ​ລົງຊີ​ວິດ​.

ຂ່າວ/ບົດ​ອື່ນ